Homeຂ່າວຕ່າງປະເທດຈີນສອບເຈົ້າໜ້າທີ່ແຂວງຫູໜານ ຮັດສາຍແອວ Louis Vuitton ລາຄາແພງ!

ຈີນສອບເຈົ້າໜ້າທີ່ແຂວງຫູໜານ ຮັດສາຍແອວ Louis Vuitton ລາຄາແພງ!

Published on

10805655_860225097362642_8826835825658509624_n

 

ແຫ່ງຂ່າວຈາກ People’s Daily ຂອງຈີນ ໄດ້ເຜີຍແຜ່ພາບຜ່ານທາງອອນລາຍນ໌ ໃນວັນອາທິດທີ 28 ທັນວາຜ່ານມານີ້

ພ້ອມດ້ວຍຂໍ້ຄວາມລະບຸວ່າ ເຈົ້າໜ້າທີ່ລັດຜູ້ໜຶ່ງສັງກັດຢູ່ແຂວງຫູໜານ ກຳລັງຖືກດຳເນີນການກວດສອບຢ່າງເປັນ

ທາງການຈາກລັດຖະບານ ຫລັງຈາກທີ່ພົບເຫັນຮູບພາບຂອງຜູ້ກ່ຽວ ຮັດສາຍແອວລາຄາແພງ ຍີ່ຫໍ້ Louis Vuitton

ເຊິ່ງຖືກເຜີຍແຜ່ຜ່ານທາງສື່ສັງຄົມອອນລາຍຂອງຈີນ.

 

ທັງນີ້ ການກວດສອບດັ່ງກ່າວ ຈະໄດ້ສືບຫາຄວາມຈິງວ່າ ຜູ້ກ່ຽວສາມາດນຳມາຄອບຄອງ ສາຍແອວລາຄາແພງດັ່ງກ່າວ

ນີ້ ດ້ວຍຊ່ອງທາງໃດ ເຊິ່ງເປັນອີກໜຶ່ງຄວາມພະຍາຍາມຂອງຈີນ ໃນການດຳເນີນມາດຕະການປາບປາມການສໍ້ລາດບັງ

ຫລວງ ຕາມນະໂຍບາຍຂອງພັກກອມມູນິດຈີນ.

 

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ.

ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຕັດສີນຄະດີ ກ່ຽວກັບການກະທຳຜິດສໍ້ລາດບັງຫຼວງ ຂອງພະນັກງານຢູ່ ແຂວງອັດຕະປື ໂດຍໄດ້ຕັດສິນລົງໂທດຈໍາເລີຍທີ່ກະທໍາຜິດ ທັງໝົດ 15 ຄົນ, ຍິງ 4 ຄົນ, ໃນນັ້ນ ໂທດຈໍາຄຸກຕະຫຼອດຊີວິດ...

ປູກຜັກກະລໍາປີ ຕາມສັນພູເຮັດໃຫ້ຊີວິດການເປັນຢູ່ຂອງຊາວ ບ້ານ ລ້ອງໜ້ຽງ ແລະ ບ້ານ ພູລັງຈັງ ເມືອງ ພູຄູນ ສ້າງລາຍຮັບໄດ້ທັງໝົດ 17 ຕື້ ກີບ.

ໃນວັນທີ 27 ກໍລະກົດ2026 ຜ່ານມານີ້, ທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 6, ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V,...

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...