Homeຂ່າວຕ່າງປະເທດແມ່ຕູ້ຊາວຈີນ ໝໍບຳນານຈາກຫລິວໂຈວ ຊ່ວຍສະຈ໊ວດໄທ ເຈັບທ້ອງກະທັນຫັນ ເທິງເຮືອບິນ

ແມ່ຕູ້ຊາວຈີນ ໝໍບຳນານຈາກຫລິວໂຈວ ຊ່ວຍສະຈ໊ວດໄທ ເຈັບທ້ອງກະທັນຫັນ ເທິງເຮືອບິນ

Published on

557000015520601

 

ແມ່ຕູ້ນັກທ່ອງທ່ຽວຊາວຈີນ ໝໍບຳນານສະແດງຈັນຍາບັນແພດ ຊ່ວຍຮັກສາສະຈ໊ວດຊາວໄທ ທີ່ເຈັບທ້ອງໜັກກະ

ທັນຫັນ ລະຫວ່າງທຳການບິນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນມື້ນີ້ (31 ທັນວາ) ວ່າ ເກີດເຫດຂັດຂ້ອງໃນຖ້ຽວບິນຂອງສາຍການບິນໂອຣຽນ

ໄທ ແອຣ໌ລາຍ ຖ້ຽວບິນ OX619 ເຊິ່ງທຳການບິນລະຫວ່າງແຂວງກວາງຊີ ສປ ຈີນ ກັບຄືນມາບາງກອກ ປະເທດໄທ

ເມື່ອທ້າຍອາທິດກ່ອນ ເນື່ອງຈາກໜຸ່ມສະຈ໊ວດໄທລາຍໜຶ່ງ ເກີດເຈັບທ້ອງກະທັນຫັນຂຶ້ນ ຈົນຕ້ອງລົງໄປນອນຈົມ

ຢູ່ກັບພື້ນທາງຍ່າງໃນເຮືອບິນ, ສຸດທ້າຍ ມີແມ່ຕູ້ຊາວຈີນຄົນໜຶ່ງ ສະແດງຕົວເປັນໝໍທີ່ເຂົ້າຮັບບຳນານແລ້ວຈາກ

ເມືອງຫລິວໂຈວ ເຂົ້າມາຊ່ວຍເຫລືອຈັບຊີບພະຈອນ, ຈາກນັ້ນແມ່ຕູ້ກໍຄວັກເອົາຂີ້ເຜິ້ງທີ່ເອົາມານຳ ຊ່ວຍນວດຄົນ

ເຈັບ ຈົນສຸດທ້າຍອາການຂອງຜູ້ກ່ຽວກໍດີຂຶ້ນ.

 

ລາຍງານຂ່າວຍັງລະບຸວ່າ ຫລັງເຫດການດັ່ງກ່າວ ຫົວໜ້າຂອງພະນັກງານຕ້ອນຮັບ ກໍອອກມາສະແດງຄວາມຂອບ

ໃຈແມ່ຕູ້ດັ່ງກ່າວຜ່ານສື່ຂອງໄທ ແລະ ຊື່ນຊົມວ່າ ນັກທ່ອງທ່ຽວຈີນສ່ວນໃຫຍ່ ມີຈິດໃຈທີ່ໜ້າສັນລະເສີນ.

 

557000015520602

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...