spot_img
Homeຂ່າວພາຍ​ໃນປີ 2015 ເວ​ລາ​ໃນ​ໂລກ​ຈະ​ຍາວ​ຂຶ້ນ 1 ວິ​ນາ​ທີ ຍ້ອນ​ໂລກ​ໝູນ​ຊ້າ​ລົງ

ປີ 2015 ເວ​ລາ​ໃນ​ໂລກ​ຈະ​ຍາວ​ຂຶ້ນ 1 ວິ​ນາ​ທີ ຍ້ອນ​ໂລກ​ໝູນ​ຊ້າ​ລົງ

Published on

b_2

 

ປີ 2015 ຈະ​ຍາວ​ຂຶ້ນ​ອີກ 1 ວິ​ນາ​ທີ ຫລັງ​ໂລກ​ໝູນ​ຊ້າ​ລົງ ອົງ​ການ IERS ກຽມ​ເພິ່ມ​ວິ​ນາ​ທີ​ພິ​ເສດ ໃນ​ວັນ​ທີ 30 ມິ​ຖຸ​ນາ ທ່າມ​ກາງ​ຄວາມ​ວິ​ຕົກ​ຢ້ານ​ອິນ​ເຕີ​ເນັດ​ລົ່ມ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ມື້​ນີ້ (7 ມັງ​ກອນ) ວ່າ ​ອົງ​ການ​ໃຫ້​ບໍ​ລິ​ການ​ລະ​ບົບ​ອ້າງ​ອິງ ແລະ ຕິດ​ຕາມ​ການ​ໝູນ​ຂອງ​ໂລກ​ສາ​ກົນ ຫລື ໄອ​ອີ​ອາ​ເອັ​ສ (International Earth Rotation and Reference Systems Service: IERS) ເຊິ່ງ​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ທີ່​ນະ​ຄອນ​ຫລວງ​ປາ​ຣີ ປະ​ເທດ​ຝ​ຣັ່ງ ໄດ້​ປະ​ກາດ​ວ່າ ປີ​ນີ້​ຊາວ​ໂລກ​ຈະ​ມີ​ເວ​ລາ​ເພີ່ມ​ຂຶ້ນ​ຫລາຍ​ກ່​ວາ​ປົກ​ກະ​ຕິ 1 ວິ​ນາ​ທີ ຍ້ອນ​ໂລກ​ຂອງ​ພວກ​ເຮົາ​ໄດ້​ໝູນຊ້າ​ລົງ ໂດຍ​ອົງ​ການ​ດັ່ງ​ກ່າວ​ຈະ​ມີ​ການ​ເພີ່ມ​ວິ​ນາ​ທີ​ພິ​ເສດ ເຂົ້າ​ໄປ​ໃສ່​ໃນ​ເວ​ລາ 23:59:60 ໂມງ ຂອ​ງວັນ​ທີ 30 ມິ​ຖຸ​ນາ 2015 ເຊິ່ງ​ຈະ​ເຮັດ​ໃຫ້​ພາຍ​ໃນ​ມື້​ດັ່ງ​ກ່າວມີ​ເວ​ລາ 86,401 ວິ​ນາ​ທີ.

ສາ​ເຫດ​ທີ່​ຕ້ອງ​ໄດ້​ເພີ່ມ 1 ວິ​ນາ​ທີ​ເຂົ້າ​ໄປ​ນັ້ນ ກໍ​ເພື່ອ​ຮັກ​ສາ​ມາດ​ຕະ​ຖານ​ການ​ປະ​ກາດ​ເວ​ລາ ໃຫ້​ໃກ້​ຄຽງ​ກັບ​ເວ​ລາ​ສຸ​ລິ​ຍະ ເຊິ່ງ​ຮັກ​ສາ​ໄວ​້​ດ້ວຍ​ໂມງ​ອາ​ໂຕມ​ທີ່​ມີ​ຄວາມ​ທ່ຽງ​ກົງ ແລະ ແມ່ນ​ຢຳ ເນື່ອງ​ຈາກ​ປັດ​ຈຸ​ບັນ​ໂລກ​ຂອງ​ເຮົາ ໄດ້​ໝູນ​ຊ້າ​ລົງ​ກ່​ວາ​ເກົ່າ​ສະ​ເລ່ຍ 1/2,000 ວິ​ນາ​ທີ​ຕໍ່​ມື້.

ແຕ່​ວ່າ​ການ​ປະ​ກາດ​ເພີ່ມ​ເວ​ລາ​ພິ​ເສດ 1 ວິ​ນາ​ທີ​ນີ້ ໄດ້​ເຮັດ​ໃຫ້​ເກີດ​ກະ​ແສ​ກັງ​ວົນ​ວ່າ ຈະ​ກະ​ທົບ​ຕໍ່​ລະ​ບົບ​ອິນ​ເຕີ​ເນັດ ຫລັງ​ຈາກ​ທີ່ Mozilla, Reddit, LinkedIn ແລະ ເວັບ​ໄຊ​້​ອື່ນໆ ເຄີຍ​ລົ່ມ​ມາ​ແລ້ວ​ເມື່ອ​ຄັ້ງ​ທີ່​ມີ​ການ​ເພີ່ມ​ວິ​ນາ​ທີ​ຄັ້ງ​ລ່າ​ສຸດ​ໃນ​ປີ 2012, ແຕ່ນ​ສຳ​ລັບ​ເວັບ​ໄຊ້ Google ນັ້ນ ອາດ​ຈະ​ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ເພີ່ມ​ວິ​ນາ​ທີ​ພິ​ເສດ​ໃນ​ຄັ້ງ​ນີ້ ເນື່ອງ​ຈາກ​ໄດ້​ມີ​ການ​ໃຊ້​ເຕັກ​ນິກ​ກະ​ຈາຍ​ເສດ​ລະ​ດັບ​ມິນ​ລີ​ວິ​ນາ​ທີ (leap smear) ເພື່ອ​ຄ່ອຍໆ​ເພີ່ມ​ເວ​ລາ​ເຂົ້າ​ໄປ​ໃນ​ລະ​ບົບ​ມາ​ແລ້ວ​ໃນ​ກ່ອນ​ໜ້າ​ນີ້.

ທັງ​ນີ້ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ອີກ​ຫລາຍໆ​ປະ​ເທດ ໄດ້​ມີ​ຄວາມ​ພະ​ຍ​າ​ຍາມ​ຄັດ​ຄ້ານ​ການ​ເພີ່ມເວ​ລາ 1 ວິ​ນາ​ທີ​ດັ່ງ​ກ່າວ ໂດຍ​ໃຫ້​ເຫດ​ຜົນ​ວ່າ ຈະ​ກະ​ທົບ​ລົບ​ກວນ​ ລະ​ບົບ​ຣາ​ດາ ແລະ ລະ​ບົບ​ການ​ສື່​ສານ, ການ​ເຮັດ​ທຸ​ລະ​ກຳ​ການ​ເງິນ ກໍ​ອາດ​ມີ​ຄວາມ​ຜິດ​ພາດ​ໄດ້​ເຊັ່ນ​ດຽວ​ກັນ.

ສຳ​ລັບ 1 ວິ​ນາ​ທີ​ພິ​ເສດຂອງ​ປີ ໄດ້​ຖືກ​ນຳ​ມາ​ໃຊ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 1972 ເຊິ່ງ​ຕອນ​ນັ້ນ​ຍັງ​ບໍ່​ທັນ​ມີ​ລະ​ບົບ​ອິນ​ເຕີ​ເນັດ​ເກີດ​ຂຶ້ນ ແລະ ການ​ປັບ​ເພີ່ມ 1 ວິ​ນາ​ທີ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້ ຈະ​ເປັນ​ຄັ້ງ​ທີ 26 ໃນ​ປະ​ຫວັດ​ສາດ​ຂອງ​ໂລກ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...