ຊາວບ້ານອິນເດຍ ພົບສົບຈຳນວນຫລວງຫລາຍ ເຖິງ 102 ສົບ ລອຍໃນແມ່ນ້ຳຄົງຄາ ດ້ານເຈົ້າໜ້າທີ່ອິນເດຍ ເລັ່ງສືບສວນຫາທີ່ມາ ເຖິງແມ່ນວ່າສົບຈະເໜົ່າເປື່ອຍຈົນບໍ່ສາມາດລະບຸຕົວຕົນໄດ້.
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ມັງກອນນີ້ວ່າ ເຈົ້າໜ້າທີ່ອິນເດຍ ກຳລັງເລັ່ງສືບສວນຫາທີ່ມາຂອງສົບ ຈຳນວນ 102 ສົບ ໂດຍສ່ວນໃຫຍ່ແມ່ນເປັນເດັກນ້ອຍ ທີ່ຖືກພົບລອຍຢູ່ໃນແມ່ນ້ຳຄົງຄາ ທາງພາກເໜືອຂອງປະເທດ ໂດຍເຈົ້າໜ້າທີ່ບໍ່ຄິດວ່າຈະກ່ຽວຂ້ອງກັບເຫດອາຊະຍາກຳໃດໆ, ແຕ່ອາດເປັນການປະກອບພິທີສົບ ດ້ວຍການລອຍນ້ຳຫລາຍກ່ວາ ເພາະຕາມປະເພນີຂອງຊາວຮິນດູ ຈະບໍ່ເຜົາສົບຜູ້ຍິງທີ່ຍັງບໍ່ທັນໄດ້ແຕ່ງດອງ ແລະ ຄົນທຸກຍາກອີກຈຳນວນຫລວງຫລາຍໃນອິນເດຍ ກໍບໍ່ມີເງິນພຽງພໍສຳລັບການຈັດພິທີເຜົາສົບຍາດພີ່ນ້ອງຂອງຕົນອີກດ້ວຍ.
ທ່ານ ຊາອຸມຢາ ອາການວັນ ຫົວໜ້າເຈົ້າໜ້າທີ່ປົກຄອງເຂດອຸນເນົາ ໃນລັດອຸຕະລະຣະປະເທດ ທາງພາກເໜືອຂອງອິນເດຍກ່າວວ່າ ມີຜູ້ພົບສົບຈຳນວນ 102 ສົບລອຍຢູ່ໃນແມ່ນ້ຳສາຂາຂອງແມ່ນ້ຳຄົງຄາ ໃກ້ກັບໝູ່ບ້ານປາຣິຍານ ໃນມື້ວັນອັງຄານທີ 13 ມັງກອນຜ່ານມາ ໂດຍສົບທີ່ພົບແມ່ນຢູ່ໃນສະພາບເໜົ່າເປື່ອຍ ເກີນກ່ວາທີ່ຈະຊັນນະສູດ ຫລື ລະບຸຮູບປະພັນໄດ້, ແຕ່ເຈົ້າໜ້າທີ່ກຳລັງດຳເນີນການກວດສອບດີເອັນເອ ເພື່ອຊອກຫາທີ່ມາຂອງສົບ ແລະ ສົບເຫລົ່ານີ້ຈະຖືກນຳໄປຝັງ ເພື່ອຫລີກລ່ຽງການເກີດໂລກລະບາດ.


