Homeຂ່າວຕ່າງປະເທດສະ​ຫະ​ປະ​ຊາ​ຊາດເປີດ​ເຜີຍ ເຊື້ອ​ອີ​ໂບ​ລາ​ລະ​ບາດ​ໜ້ອຍ​ລົງ ມີ​ໂອ​ກາດ​ຈະ​ຢຸດ​ຕິ​ໃນ​ໄວໆ​ນີ້!

ສະ​ຫະ​ປະ​ຊາ​ຊາດເປີດ​ເຜີຍ ເຊື້ອ​ອີ​ໂບ​ລາ​ລະ​ບາດ​ໜ້ອຍ​ລົງ ມີ​ໂອ​ກາດ​ຈະ​ຢຸດ​ຕິ​ໃນ​ໄວໆ​ນີ້!

Published on

(ພາບ​ປະ​ກອບ​ຂ່າວ)
(ພາບ​ປະ​ກອບ​ຂ່າວ)

ອົງ​ການສະ​ຫະ​ປະ​ຊາ​ຊາດ​ເປີດ​ເຜີຍ​ວ່າ ​ວິ​ກິດ​ການ​ເຊື້ອ​ອີ​ໂບ​ລາ​ລະ​ບາດ ໄດ້​ຜ່ານ​ຈຸດ​ພິກ​ຜັນ​ໄປ​ແລ້ວ ໂດຍ​ຜູ້​ຕິດ​ເຊື້ອ​ລາຍ​ໃໝ່ ແມ່ນ​ມີ​ຈຳ​ນວນ​ຫລຸດ​ໜ້ອຍ​ລົງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ວ່າ ທ່ານ ເດ​ວິດ ນາ​ບາ​ໂຣ ຜູ້​ປະ​ສານ​ງານ​ດ້ານ​ເຊື້ອ​ອີ​ໂບ​ລາ ຂອງ​ສະ​ຫະ​ປະ​ຊາ​ຊາດ ໄດ​້​ເປີດ​ເຜີຍ​ເມື່ອ​ວັນ​ທີ 17 ມັງ​ກ​ອນ​ຜ່ານ​ມາ​ນີ້​ວ່າ ວິ​ກິດ​ການ​ລະ​ບາດ​ຂອງ​ເຊື້ອ​ອີ​ໂບ​ລາ ໄດ້​ຜ່ານ​ພົ້ນ​ຈຸດ​ພິກ​ຜັນ​ໄປ​ແລ້ວ ແລະ ຈາກ​ນີ້​ຖື​ວ່າ​ມີ​ໂອ​ກາດ​ສູງ​ທີ່​ການ​ລະ​ບາດ​ຈະ​ຢຸດ​ຕິ​ລົງ​ຢ່າງ​ໄວ​ວາ, ເນື່ອງ​ຈາກ​ຂໍ້​ມູນ​ໃໝ່​ລ່າ​ສຸດ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສາມ​ປະ​ເທດ​ໃນ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ທີ່​ມີ​ການ​ລະ​ບາດ​ຂອງ​ເຊື້ອ​ອີ​ໂບ​ລາ​ຢ່າງ​ໜັກ​ໜ່ວງ ໄດ້​ແກ່ປະ​ເທດ​ກີ​ນີ, ໄລ​ບີ​ເຣຍ ແລະ ເຊຍ​ຣາ​ ລີ​ໂອນ ມີ​ຕົວ​ເລກ​ຂອງ​ຜູ້​ຕິດ​ເຊື້ອ​ອີ​ໂບ​ລາ​ລາຍ​ໃໝ່ໜ້ອຍ​ລົງ ໃນ​ຊ່ວງ​ຫລາຍ​ເດືອນ​ຜ່ານ​ມາ.

 

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...