spot_img
Homeຂ່າວຕ່າງປະເທດຜົນ​ການກວດ​ສອບ​ QZ8501ຕົກ ບໍ່​ກ່ຽວ​ຂ້ອງ​ກັບ​ການ​ກໍ່​ການ​ຮ້າຍ

ຜົນ​ການກວດ​ສອບ​ QZ8501ຕົກ ບໍ່​ກ່ຽວ​ຂ້ອງ​ກັບ​ການ​ກໍ່​ການ​ຮ້າຍ

Published on

airasia01

ຄະ​ນະ​ສອບ​ສວນ​ອຸ​ບັດ​ເຫດ ຊີ້​ແຈງ​ເຫດ​ເຮືອ​ບິນ​ແອ​ຣ໌ ເອ​ເຊຍ QZ8501 ຕົກ ບໍ່​ພົບ​ຫລັກ​ຖານ​ກ່ຽວ​ພັນ​ເຖິງ​ການ​ກ​ໍ່​ການ​ຮ້າຍ ລ່າ​ສຸດ​ພົບ​ຮ່າງ​ຜູ້​ເສຍ​ຊີ​ວິດ​ແລ້ວ ລວມ 53 ສົບ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 20 ມັງ​ກອນ​ນີ້​ວ່າ ທ່ານ ອັນ​ດ​ຣຽດ ຮາ​ຮານ​ໂຕ ເຈົ້າ​ໜ້າ​ທີ່​ສືບ​ສວນ​ປະ​ຈຳ​ຄະ​ນະ​ກຳ​ມະ​ການ ດ້ານ​ຄວາມ​ປອດ​ໄພ​ທາງ​ການ​ຂົນ​ສົ່ງ​ແຫ່ງ​ຊາດອິນ​ໂດ​ເນ​ເຊຍ ໄດ້​ຖະ​ແຫລງ​ຜົນ​ການກວດ​ສອບ ໃນ​ມື້​ວານ​ນີ້ (19 ມັງ​ກອນ) ວ່າ ຈາກ​ການກວດ​ສອບ​ສຽງ​ທີ່​ບັນ​ທຶກ​ໃນ​ຫ້ອງ​ນັກ​ບິນ ບໍ່​ພົບ​ຫລັກ​ຖານ​ວ່າ​ເກີດ​ການ​ໂຈມ​ຕີ​ຈາກ​ການ​ກໍ່​ການ​ຮ້າຍ ມີ​ພຽງ​ແຕ່​ສຽງ​ເວົ້າ​ຄ່ອຍໆ​ຂອງ​ນັກ​ບິນ ແລະ ສຽງ​ບັງ​ຄັບ​ອຸ​ປະ​ກອນ​ຕ່າງໆ ອີກ​ທັງ​ຍັງ​ບໍ່​ປະ​ກົດ​ສັນ​ຍານ​ທີ່​ບົ່ງ​ບອກວ່າ​ມີ​ການ​ຂົ່ມ​ຂູ່​ຈະ​ມີ​ເຫດ​ໂຈມ​ຕີ​ເກີດ​ຂຶ້ນ ແລະ ຍັງ​ພົບ​ອີກວ່າ ນັກ​ບິນ​ໄດ້​ໃຫ້​ຄວາມ​ພະ​ຍາ​ຍາມ​ຢ່າງ​ໜັກ​ໃນ​ການ​ຄວບ​ຄຸມ​ເຮືອ​ບິນ ເພື່ອ​ທີ່​ຈະ​ສົ່ງ​ສັນ​ຍານ​ຂໍ​ຄວາມ​ຊ່ວຍ​ເຫລືອ ເຮັດ​ໃຫ້​ສາ​ມາດ​ຕັດ​ປະ​ເດັນ​ເລື່ອງ​ການ​ກໍ່​ການ​ຮ້າຍ​ອອກ​ໄປ​ໄດ້.

ທ່ານ ອັນ​ດ​ຣຽດ ຍັງ​ໄດ້​ກ່າວ​ຕໍ່​ອີກວ່າ ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ສາ​ມາດ​ກູ້​ສົບ​ຜູ້​ເສຍ​ຊີ​ວິດ​ໄດ້​ແລ້ວ 53 ສົບ ເຊິ່ງ​ຄາດ​ວ່າ​ຈຳ​ນວນ​ສົບ​ທີ່​ຍັງ​ເຫລືອ ອາດ​ຈະ​ຕິດ​ຢູ່​ພາຍ​ໃນ​ລຳ​ຕົວ​ຂອງ​ເຮືອ​ບິນ, ແຕ່​ເນື່ອງ​ຈາກ​ສະ​ພາບ​ອາ​ກາດ ແລະ ຄື້ນ​ລົມ​ໃນ​ທະ​ເລ ຍັງ​ເປັນ​ອຸ​ປະ​ສັກ​ຕົ້ນ​ຕໍ ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ສາ​ມາດ​ກູ້​ຊິ້ນ​ສ່ວນ​ລຳ​ຕົວ​ຂອງ​ເຮືອ​ບິນ​ຂຶ້ນ​ຈາກ​ທ​ະ​ເລ​ໄດ້.

airasia03

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...