Homeຂ່າວຕ່າງປະເທດອ໊າກ​ໂກຍ! ສາວບ​ຣາ​ຊິນ ຮວມ​ກຸ່ມ​ເປີດ​ເຕົ້າກາງ​ຊາຍ​ຫາດ ປະ​ທ້ວງ​ຂໍ​ສິດ​ເປືອຍ​ເອິກ​ອາ​ບ​ແດດ!

ອ໊າກ​ໂກຍ! ສາວບ​ຣາ​ຊິນ ຮວມ​ກຸ່ມ​ເປີດ​ເຕົ້າກາງ​ຊາຍ​ຫາດ ປະ​ທ້ວງ​ຂໍ​ສິດ​ເປືອຍ​ເອິກ​ອາ​ບ​ແດດ!

Published on

topless-protest002

ສາວບ​ຣາ​ຊິນ ເປີດ​ເອິກ​​ຮວມ​ກຸ່ມ​ປະ​ທ້ວງ ຮຽກ​ຮ້ອງ​ລັດ​ຖະ​ບານ ອະ​ນຸ​ຍາດ​ໃຫ້​ເປືອຍ​ເອິກ​ອາບ​ແດດ​ເທິງ​ຊາຍ​ຫາດ ເນື່ອງ​ຈາກ​ກົດ​ໝາຍບ​ຣາ​ຊິນເກືອດ​ຫ້າມ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 22 ມັງ​ກອນ​ນີ້​ວ່າ ບັນ​ດາ​ຍິງ​ສາວ​ຊາວບ​ຣາ​ຊິນ ຜູ້​ທີ່​ນິ​ຍົມ​ການ​ເປືອຍ​ເອິກ​ອາບ​ແດດ ໄດ້​ຮ່ວມ​ກັນ​ເປີດ​ໜ້າ​ເອິກ​ປະ​ທ້ວງ ເພື່ອ​ຮຽກ​ຮ້ອງ​ຂໍ​ໃຫ້​ລັດ​ຖະ​ບານບ​ຣາ​ຊິນ ປ່ຽນ​ແປງ​ກົດ​ໝາຍ ເພື່ອ​ອະ​ນຸ​ຍາດ​ໃຫ້​ມີ​ການ​ເປືອຍ​ເອິກ​ອາບ​ແດດ ເທິງ​ຊາຍ​ຫາດ​ໄດ້ຢ່າງ​ຖືກ​ຕ້ອງ.

ແມ່​ຍິງ​ຊາວບ​ຣາ​ຊິນ​ກຸ່ມ​ດັ່ງ​ກ່າວ ໄດ້​ພາ​ກັນ​ຮວມ​ກຸ່ມ​ປະ​ທ້ວງ ເມື່ອ​ວັນ​ທີ 20 ມັງ​ກອນ​ຜ່ານ​ມາ ເທິງ​ຊາຍ​ຫາດ​ອິ​ປາ​ນີ​ມາ ໃນ​ເມືອງ ຣິ​ໂອ ເດິ ຈາ​ເນ​ໂຣ ເຊິ່ງ​ແຕ່​ລະ​ຄົນ​ຕ່າງ​ກໍ​ປະ​ກົດ​ຕົວ​ໃນ​ຊຸດ​ໂສ້ງ​ຂາ​ສັ້ນ ຫລື ບິ​ກິນ​ນີ້ ແຕ່​ສ່ວນ​ເທິງ​ແມ່ນ​ບໍ່​ສວມ​ໃສ່​ຫຍັງ​ປົກ​ປິດ​ໄວ້​ເລີຍ ເປືອຍ​ໜ້າ​ເອິກ​ຮ່ວມ​ກັນ​ຢູ່​ເທິງ​ຊາຍ​ຫາດ ເພື່ອ​ຮຽກ​ຮ້ອງ​ໃຫ້​ທາງ​ການ​ປັບ​ປ່ຽນ​ກົດ​ໝາຍ ຈາກ​ທີ່​ຖື​ວ່າ​ການ​ເປືອຍ​ເອິກ​ເທິງ​ຊາຍ​ຫາດ ເປັນ​ເລື່ອງ​ບໍ່​ເໝາະ​ສົມ ໃຫ້​ກາຍ​ເປັນ​ເລື່ອງ​ທີ່ຍອມ​ຮັບ​ກັນ​ໄດ້ ເຊັ່ນ​ດຽວ​ກັນ​ກັບ​ຢູ່​ໃນ​ປະ​ເທດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ທີ່​ຜູ້​ຍິງ​ສາ​ມາດ​ເປືອຍ​ເອິກ​ໄດ້​ແລ້ວ​ໂດຍ​ບໍ່​ຜິດ​ກົດ​ໝາຍ.

topless-protest004

topless-protest005

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...