Homeຂ່າວຕ່າງປະເທດໜຸ່ມ​ອາ​ເມ​ຣິ​ກັນ ບຸກ​ຍິງ​ແພດ​ເສຍ​ຊີ​ວິດ ແລ້ວ​ຂ້າ​ໂຕ​ຕາຍ​ຄາ​ໂຮງ​ໝໍ ຍ້ອນ​ຄຽດ​ແພດ ​ບໍ່​ສາ​ມາດ​ຊ່ວຍ​ແມ່​ໄດ້!

ໜຸ່ມ​ອາ​ເມ​ຣິ​ກັນ ບຸກ​ຍິງ​ແພດ​ເສຍ​ຊີ​ວິດ ແລ້ວ​ຂ້າ​ໂຕ​ຕາຍ​ຄາ​ໂຮງ​ໝໍ ຍ້ອນ​ຄຽດ​ແພດ ​ບໍ່​ສາ​ມາດ​ຊ່ວຍ​ແມ່​ໄດ້!

Published on

news01-1

ໜຸ່ມ​ອາ​ເມ​ຣິ​ກັນ ຄຽດ​ໃຫ້​ໝໍ​ບໍ່​ສາ​ມາດ​ປິ່ນ​ປົວ​ແມ່​ໄດ້ ໃຊ້​ປືນ​ຍິງ​ໝໍ​ເສຍ​ຊີ​ວິດ ແລ້ວ​ຂ້າ​ຕົນ​ເອງ​ຕາຍ​ຕາມ ຢູ່​ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ມັງ​ກອນ​ນີ້​ວ່າ​ ມີ​ໜຸ່ມ​ອາ​ເມ​ຣິ​ກັນຄົນ​ໜຶ່ງ ເດີນ​ທາງ​ເຂົ້າ​ໄປ​ໃນ​ໂຮງ​ໝໍທີ່​ມີ​ຊື່​ສຽງ​ຂອງ​ສະ​ຫະ​ລັດອາ​ເມ​ຣິ​ກາ ແລ້ວ​ໃຊ້​ປືນ​ຍິງ​ແພດ​ຫົວ​ໃຈ​ຄົນ​ໜຶ່ງ​ເສຍ​ຊີ​ວິດ ເພາະ​ເສຍ​ໃຈ​ທີ່​ແພດ​ຄົນ​ດັ່ງ​ກ່າວ ບໍ່​ສາ​ມາດ​ທີ່​ຈະ​ຊ່ວຍ​ຊີ​ວິດ​ຂອງ​ແມ່​ເຂົາ​ໄວ້​ໄດ້.

ດ້ານ​ຕຳ​ຫລວດ​ໄດ້​ລາຍ​ງານ​ວ່າ ຊາຍ​ຄົນ​ດັ່ງ​ກ່າວ​ຊື່ ທ້າວ ສະ​ຕີ​ເຟັນ ປາ​ສ​ເຊ​ຣີ ໄດ້​ເອົາ​ປືນ​ບຸກ​ເຂົ້າ​ໄປ​ພາຍ​ໃນ​ໂຮງ​ໝໍ ແລະ ໄດ້​ຂໍ​ພົບ​ກັບ​ທ່ານ​ໝໍ ໄມ​ເຄິ້ນ ເດ​ວິດ​ສັນ ແລ້ວ​ໄດ້​ໃຊ້​ປືນ​ຍິງ 2 ນັດ ແລ້ວ​ຫລັງ​ຈາກ​ນັ້ນ​ກໍ​ຍິງ​ຂ້າ​ຕົນ​ເອງ​ຕາຍ​ຕາມ, ຈາກ​ການ​ສອບ​ປາກ​ຄຳ​ຂອງ​ເອື້ອຍ ແລະ ອ້າຍ​ຂອງ​ລາວ ຕຳ​ຫລວດ​ຮັບ​ຊາບ​ວ່າ ຜູ້​ກ່ຽວ​ລົງ​ມື​ຍ້ອນ​ຄິດ​ວ່າ​ເປັນ​ຄວາມ​ຜິດ​ຂອງ​ໝໍ​ຄົນ​ດັ່ງ​ກ່າວ ເຊິ່ງ​ບໍ່​ສາ​ມາດ​ປິ່ນ​ປົວ​ແມ່​ຂອງ​ເຂົາ​ໄດ້.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...