spot_img
Homeຂ່າວຕ່າງປະເທດFacebook ຫລົ້ມ​ເກືອບ​ເຄິ່ງ​ຊົ່ວ​ໂມງ​ມື້​ວານ​ນີ້ ເປັນ​ຄວາມ​ຜິ​ດ​ພາດ​ຂອງ​ລະ​ບົບ ບໍ່​ກ່ຽວ​ແຮັກ​ເກີ້!

Facebook ຫລົ້ມ​ເກືອບ​ເຄິ່ງ​ຊົ່ວ​ໂມງ​ມື້​ວານ​ນີ້ ເປັນ​ຄວາມ​ຜິ​ດ​ພາດ​ຂອງ​ລະ​ບົບ ບໍ່​ກ່ຽວ​ແຮັກ​ເກີ້!

Published on

FB

Facebook ຊີ້​ແຈງ​ລະ​ບົບ Facebook ແລະ Instagram ຫລົ້ມເກືອບ 1 ຊົ່ວ​ໂມງ ມື້​ວານ​ນີ້ ເປັນ​ຄວາມ​ຜິດ​ພາດຂອງ​ລະ​ບົບ ບໍ່​ແມ່ນ​ຍ້ອນ​ແຮັກ​ເກີ້.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 28 ມັງ​ກອນ 2015 ນີ້​ວ່າ ກໍ​ລະ​ນີເຟ​ສ​ບຸກ ແລະ ອິນ​ສະ​ຕາ​ແກ​ຣມ ຫລົ້ມ​ປະ​ມານ 50 ນາ​ທີ ມື້​ວານ​ນີ້ (27 ມັງ​ກອນ) ຈົນ​ເຮັດ​ໃຫ້​ມີ​ຜູ້​ໃຊ້​ງານ​ໃນ​ທົ່ວ​ໂລກເກີດ​ຄວາມ​ສົງ​ໄສ, ລ່າ​ສຸດ​ທາງເຟ​ສ​ບຸກ ໄດ້​ອອກ​ມາ​ຊີ້​ແຈງ​ກໍ​ລະ​ນີ​ນີ້​ແລ້ວ ໂດຍບອກວ່າ​ເປັນ​ຄວາມ​ຜິດ​ພາດ​ພາຍ​ໃນ​ບໍ​ລິ​ສັດ​ເອງ ບໍ່​ໄດ້​ກ່ຽວ​ຫຍັງ​ກັບ​ແຮັກ​ເກີ້ແຕ່​ຢ່າງ​ໃດ.

ແນວ​ໃດ​ກໍ​ຕາມ ພາຍ​ຫລັງ​ລະ​ບົບ​ຫລົ້ມ​ເປັນ​ເວ​ລາ 50 ນາ​ທີ​ແລ້ວ ທາງ​ທີມ​ງານ​ເຟ​ສ​ບຸກ ກໍ​ໄດ້​ມີ​ການ​ແກ້​ໄຂ​ບັນ​ຫາ​ຢ່າງວ່ອງ​ໄວ ຈົນ​ເຮັດ​ໃຫ້​ສາ​ມາດ​ກັບ​ມາ​ນຳ​ໃຊ້​ໄດ້​ປົກ​ກະ​ຕິ​ແລ້ວ.

Instagram

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...