Homeຂ່າວຕ່າງປະເທດຜົນ​ສຳ​ຫລວດ​ລ່າ​ສຸດ ຊາວ​ຣັດ​ເຊຍ​ເບິ່ງ​ຈີນເປັນ​ມ​ະ​ຫາ​ມິດ ແລະ ອາ​ເມ​ຣິ​ກາ​ ກະ​ທຳ​ຕົນ​ເປັນ​ສັດ​ຕູ

ຜົນ​ສຳ​ຫລວດ​ລ່າ​ສຸດ ຊາວ​ຣັດ​ເຊຍ​ເບິ່ງ​ຈີນເປັນ​ມ​ະ​ຫາ​ມິດ ແລະ ອາ​ເມ​ຣິ​ກາ​ ກະ​ທຳ​ຕົນ​ເປັນ​ສັດ​ຕູ

Published on

558000001156001

ຜົນ​ສຳ​ຫລວດ​ຄວາມ​ຄິດ​ເຫັນ​ລ່າ​ສຸດ​ ປະ​ຊາ​ຊົນ​ຣັດ​ເຊຍເບິ່ງ​ ສ​ປ ຈີນ ເປັນ​ມະ​ຫາ​ມິດ​ທີ່​ສຸດ​ຕໍ່​ຣັດ​ເຊຍ ແລະ ເຫັນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ  ເປັນ​ປະ​ເທດ​ທີ່​ກະ​ທຳ​ຕົນ​ເປັນ​ສັດ​ຕູ​ຕໍ່​ຣັດ​ເຊຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 29 ມັງ​ກອນນີ້​ວ່າ ຜົນ​ສຳ​ຫລວດ​ເຊິ່ງ​ຈັດ​ໂດຍ​ສູນ​ວິ​ໄຈ​ຄວາມ​ຄິດ​ເຫັນ​ສາ​ທາ​ລະ​ນະ​ແຫ່ງ​ຣັດ​ເຊຍ (VTSIOM) ເຊິ່ງ​ມີ​ການ​ເຜີຍ​ແຜ່​ໃນ​ມື້​ວັນ​ພຸດທີ 28 ຜ່ານ​ມາ​ນີ້​ວ່າ 51% ຂອງ​ກຸ່ມ​ຕົວ​ຢ່າງ​ທີ່​ເປັນ​ຊາວ​ຣັດ​ເຊຍຈຳ​ນວນ​ທັງ​ໝົດ 1,600 ຄົນ ຈາກ 132 ເມືອງ​ໃນ​ທົ່ວ​ປະ​ເທດ ໄດ້​ລົງ​ຄວາມ​ເຫັນ​ວ່າ ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ແມ່ນ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ເປັນມິດ​ຕໍ່​ຣັດ​ເຊຍ​ຫລາຍ​ທີ່​ສຸດ ໂດຍ​ຕົວ​ເລກ​ດັ່ງ​ກ່າວ​ນີ້ ແມ່ນ​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ກ່​ວາ​ທົບຕົວ ຈາກ​ລະ​ດັບ 23% ໃນ​ປີ 2008.

ນອກ​ຈາກ​ນັ້ນ​ແລ້ວ, ຜົນ​ການ​ສຳ​ຫລວດຍ​ັງ​ລະ​ບຸ​ອີກວ່າ ຊາວ​ຣັດເຊຍ 32% ຂອງ​ກຸ່ມ​ຕົວ​ຢ່າງເບິ່ງປະ​ເທດເບ​ລາ​ຣຸດ ເປັນ​ປະ​ເທດ​ທີ່​ມີ​ຄວາມ​ເປັນ​ມິດ​ຕໍ່​ຣັດ​ເຊຍ ໃນ​ລະ​ດັບ​ຮອງ​ລົງ​ມາ ແລະ ຕາມ​ມາ​ດ້ວຍ​ປະ​ເທດ ກາ​ຊັກ​ສະ​ຖານ ອີກຈຳ​ນວນ 20%.

ສຳ​ລັບ​ປະ​ເທດ​ເຢຍ​ລະ​ມັນ​ນັ້ນ, ຜົນ​ສຳ​ຫລວດ​ພົບ​ວ່າ ມີ​ຊາວ​ຣັດ​ເຊຍ​ພຽງ​ແຕ່ 2% ທີ່​ເຫັນ​ວ່າ​ເຢຍ​ລະ​ມັນ​ເປັນ​ມິດ​ຕໍ່​ຣັດ​ເຊຍ ເຊິ່ງ​ຖື​ເປັນ​ສັດ​ສ່ວນ​ທີ່​ຫລຸດ​ລົງ​ຈາກ​ລະ​ດັບ 17 ເມື່ອ​ປີ 2008.

ໃນ​ອີກ​ດ້ານ​ໜຶ່ງ​ຂອງ​ຜົນ​ສຳ​ຫລວດ ເຊິ່ງ​ຈັດ​ທຳ​ໂດຍ VTSIOM ລ່າ​ສຸດ​ໄດ້​ລະ​ບຸ​ວ່າ ຊາວ​ຣັດ​ເຊຍ 73% ຂອງ​ກຸ່ມ​ຕົວ​ຢ່າງ ເບິ່ງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ເປັນ​ປະ​ເທດ​ທີ່​ກະ​ທຳ​ຕົນ​ເປັນ​ສັດ​ຕູ ຄອຍ​ຈ້ອງ​ຫາ​ເລື່ອງ​ຣັດ​ເຊຍ​ຫລາຍ​ທີ່​ສຸດ ເຊິ່ງ​ຕົວ​ເລກ​ດັ່ງ​ກ່າວ​ນີ້ ແມ່ນ​ເພິ່ມ​ຂຶ້ນ​ຈາກ 25% ເມື່ອ​ປີ 2008  ຈາກ​ນັ້ນ​ຕາມ​ມາ​ດ້ວຍ​ປະ​ເທດ​ອູ​ແກ​ຣນ 32%.

 

 

ບົດຄວາມຫຼ້າສຸດ

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ,...

ບາດກ້າວໃໝ່! PTT (LAO) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ.

ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ...

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...