spot_img
Homeຂ່າວຕ່າງປະເທດ​ກຸ່ມ IS ສັງ​ຫານ ເຄັນ​ຈິ ໂກ​ໂຕະ ຕົວ​ປະ​ກັນ​ຊາວ​ຍີ່​ປຸ່ນ ດ້ວຍ​ການ​ຕັດ​ຄໍ​ແລ້ວ!

​ກຸ່ມ IS ສັງ​ຫານ ເຄັນ​ຈິ ໂກ​ໂຕະ ຕົວ​ປະ​ກັນ​ຊາວ​ຍີ່​ປຸ່ນ ດ້ວຍ​ການ​ຕັດ​ຄໍ​ແລ້ວ!

Published on

595979-01

ກຸ່ມ​ລັດ​ອິດ​ສະ​ລາມເຜີຍ​ແຜ່​ຄ​ລິບ​ວິ​ດີ​ໂອ​ລ່າ​ສຸດ ໄດ້​ສັງ​ຫານ ທ້າວ ເຄັນ​ຈິ ໂກ​ໂຕະ ນັກ​ຂ່າວ​ອິດ​ສະ​ຫລະ​ ເຊິ່ງ​ເປັນ​ຕົວ​ປະ​ກັນ​ຊາວ​ຍີ່​ປຸ່ນ​ແລ້ວ ດ້ວຍ​ການ​ຕັດ​ຄໍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 1 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ໄດ້​ເຜີຍ​ແຜ່​ຄ​ລິບ​ວິ​ດີ​ໂອ​ອອກ​ໃໝ່ ໂດຍ​ຢືນ​ຢັນ​ການ​ສັງ​ຫານ ທ້າວ ເຄັນ​ຈິ ໂກ​ໂຕະ ນັກ​ຂ່າວ​ຊາວ​ຍີ່​ປຸ່ນ​ດ້ວຍ​ການ​ຕັດ​ຄໍ ຫລັງ​ຈາກ​ທີ່​ໄດ້​ສັງ​ຫານ ທ້າວ ຮາ​ຣຸ​ນະ ຢູ​ຄາ​ວະ ຕົວ​ປະ​ກັນ​ຊາວ​ຍີ່​ປຸ່ນ​ອີກ​ຄົນ​ໜຶ່ງ​ໄປ​ກ່ອນ​ແລ້ວ ດ້ວຍ​ວິ​ທີ​ການ​ດຽວ​ກັນ.

ທັງ​ນີ້ ກຸ່ມ​ລັດ​ອິດ​ສະ​ລາມ ໄດ້​ຈັບ​ກຸມ​ຕົວ ທ້າວ ເຄັນ​ຈິ ໂກ​ໂຕະ ແລະ ທ້າວ ຮາ​ຣຸ​ນະ ຢູ​ຄາ​ວະ ເພື່ອ​ຮຽກ​ຄ່າ​ໄຖ່​ກັບ​ລັດ​ຖະ​ບານ​ຍີ່​ປຸ່ນ ຈຳ​ນວນ 200 ລ້ານ​ໂດ​ລາ​ສະ​ຫະ​ລັດ ໂດຍ​ກຸ່ມ​ດັ່ງ​ກ່າວ​ໄດ້​ອ້າງ​ເຫດ​ຜົນ ເພື່ອ​ແກ້​ແຄ້ນ​ນະ​ໂຍ​ບາຍ​ຂອງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຊິນ​ໂຊ ອາ​ເບະ ຜູ້​ນຳ​ຍີ່​ປຸ່ນ ທີ່​ໄດ້​ປະ​ກາດ​ເຂົ້າ​ຮ່ວມ​ກັບ​ພັນ​ທະ​ມິດ​ຕາ​ເວັນ​ຕົກ ຕໍ່​ຕ້ານ​ກຸ່ມ​ລັດ​ອິດ​ສະ​ລາມ​ໃນ​ທ້າຍ​ປີ​ທີ່​ຜ່ານ​ມາ ແລະ ໃນ​ເມື່ອ​ລັດ​ຖະ​ບານ​ຍີ່​ປຸ່ນ​ບໍ່​ສາ​ມາດ​ປະ​ຕິ​ບັດ ຕາມ​ການ​ຮຽກ​ຮ້ອງ​ດັ່ງ​ກ່າວ​ໄດ້ ຈິ່ງ​ເຮັດ​ໃຫ້​ເກີດ​ມີ​ການ​ສັງ​ຫານ​ທີ່​ສະ​ເທືອນ​ຂັວນທັງ​ຊາວ​ຍີ່​ປຸ່ນ ແລະ ທົ່ວ​ທັງໂລກ.

 

 

ບົດຄວາມຫຼ້າສຸດ

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...