Homeຂ່າວຕ່າງປະເທດຈີນ-ມຽນ​ມ້າ ເປີດ​ນຳ​ໃຊ້​ທໍ່​ສົ່ງ​ນ້ຳ​ມັນດິບລະ​ຫວ່າງ​ປະ​ເທດ ຫລັງ​ກໍ່​ສ້າງ​ມາ​ດົນ​ກ່​ວາ 5 ປີ

ຈີນ-ມຽນ​ມ້າ ເປີດ​ນຳ​ໃຊ້​ທໍ່​ສົ່ງ​ນ້ຳ​ມັນດິບລະ​ຫວ່າງ​ປະ​ເທດ ຫລັງ​ກໍ່​ສ້າງ​ມາ​ດົນ​ກ່​ວາ 5 ປີ

Published on

558000001202201

ຈີນ-ມຽນ​ມ້າ ເປີດ​ທໍ່​ສົ່ງ​ນ້ຳ​ມັນ​ດິບ​ຈາກ​ມຽນ​ມ້າ​ໄປ​ຍັງ​ຈີນແລ້ວ ຫລັງທັງ​ສອງ​ຝ່າຍ​ດຳ​ເນີນ​ການ​ກໍ່​ສ້າງ​ມາ​ດົນ​ກ່​ວາ 5 ປີ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ວ່າ ໃນ​ວັນ​ພຸດທີ 25 ມັງ​ກອນ​ຜ່ານ​ມາ​ນີ້ ທ່ານ ຍານ ຕຸນ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມ້າ ແລະ ທ່ານ ຫລຽວ ຢົງ​ຢ​ວ່ນ ຜູ້​ຈັດ​ການ​ທົ່ວ​ໄປ​ຂອງ​ບໍ​ລິ​ສັດ CNPC ຂອງ​ຈີນ ໄດ້​ເຂົ້າ​ຮ່ວມ​ໃນ​ພິ​ທີ​ເປີດ​ນຳ​ໃຊ້​ໂຄງ​ການ​ທໍ່​ສົ່ງ​ນ້ຳ​ມັນ​ດິບ​ຈີນ – ມຽນ​ມ້າ ທີ່​ນະ​ຄອນ​ຫລວງ​ຢາງ​ກຸ້ງ ຫລັງ​ຈາກ​ທີ່​ໄດ້​ລົງ​ມື​ກໍ່​ສ້າງ​ມາ​ຕັ້ງ​ແຕ່​ເດືອນ​ມິ​ຖຸ​ນາ ປີ 2010 ແລະ ສຳ​ເລັດ​ລົງ​ໃນ​ທ້າຍ​ເດືອນພຶດ​ສະ​ພາປີ 2014 ທີ່​ຜ່ານ​ມາ.

ໂຄງ​ການ​ທໍ່​ສົ່ງ​ນ້ຳ​ມັນ​ຈີນ-ມຽນ​ມ້າ ມີ​ຄວາມ​ຍາວ​ຂອງ​ທໍ່​ສົ່ງ​ນ້ຳ​ມັນ​ເຖິງ 771 ກິ​ໂລ​ແມັດ ໂດຍ​ເຊື່ອມ​ຕໍ່​ຜູ້​ຊື້​ນ້ຳ​ມັນ​ລາຍ​ໃຫຍ່​ຂອງ​ໂລກ ກັບ​ທ່າ​ເຮືອ​ນ້ຳ​ເລິກ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນ​ມ້າ ເຊິ່ງ​ຈະ​ຊ່ວຍ​ເຮັດ​ໃຫ້​ຈີນ​ຫລຸດ​ຜ່ອນ​ການ​ເພິ່ງ​ພາ​ນ້ຳ​ມັນ ທີ່​ຂົນ​ຜ່ານ​ທາງ​ທະ​ເມ​ຜ່ານ​ຊ່ອງ​ແຄບ​ມະ​ລະ​ກາ.

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...