Homeຂ່າວຕ່າງປະເທດກຸ່ມ IS ເຜີຍ​ແຜ່​ຄ​ລິບ ແຫ່​ປະ​ຈານ ແລະ ສັງ​ຫານ​ໝູ່​ນັກ​ຮົບ​ຊາວ​ເຄີດ 21 ຄົນ

ກຸ່ມ IS ເຜີຍ​ແຜ່​ຄ​ລິບ ແຫ່​ປະ​ຈານ ແລະ ສັງ​ຫານ​ໝູ່​ນັກ​ຮົບ​ຊາວ​ເຄີດ 21 ຄົນ

Published on

NjpUs24nCQKx5e1DIKVQ1GQspruGiQUB2nqK8OkChpk

ກຸ່ມ​ລັດ​ອິດ​ສະ​ລາມ ເຜີຍ​ແຜ່​ຄ​ລິບ​ແຫ່​ປະ​ຈານ ແລະ ສັງ​ຫານ​ນັກ​ຮົບ​ຊາວ​ເຄີດ 21 ຄົນ ທີ່​ຄວບ​ຄຸມ​ຕົວ​ມາ​ຈາກ​ອີ​ຣັກ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ກຸມ​ພາ​ນີ້​ວ່າ ກຸ່ມ​ລັດ​ອິດ​ສະ​ລາມ ຫລື IS ໄດ້​ເຜີຍ​ແຜ່​ຄ​ລິບ​ວີ​ດີ​ໂອ ການ​ສັງ​ຫານ​ໝູ່​ນັກ​ຮົບ​ຊາວ​ເຄີດ 21 ຄົນ ໃນ​ມື້​ວັນ​ເສົາ​ທີ 21 ກຸມ​ພາ​ທີ່​ຜ່ານ​ມາ ໂດຍ​ທັງ​ໝົດ​ແມ່ນ​ຖືກ​ຄວບ​ຄຸມ​ຕົວ​ໄດ້​ຈາກ​ປະ​ເທດ​ອີ​ຣັກ.

ທັງ​ນີ້​ກ່ອນ​ການ​ສັງ​ຫານ ວີ​ດີ​ໂອ​ດັ່ງ​ກ່າວ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ ຜູ້​ເຄາະ​ຮ້າຍ​ຖືກ​ຈັບ​ຂັງ​ໃສ່​ກົງ ແລ້ວ​ໃສ່​ລົດ​ກະ​ບະ​ແຫ່​ປະ​ຈານ​ໄປ​ທົ່ວ​ເມືອງ​, ຈາກ​ນັ້ນ​ຈິ່ງ​ມີ​ການ​ຕັດ​ພາບ​ມາ​ສຳ​ພາດ​ຜູ້​ເຄາະ​ຮ້າຍ​ລາຍ​ໜຶ່ງ ແລ້ວ​ພວກ​ເຂົາ​ກໍ​ນຳ​ຕົວ​ອອກ​ມາ​ຈາກ​ກົງ ແລະ ບັງ​ຄັບ​ໃຫ້​ຄຸກ​ເຂົ່າ​ລົງ ໂດຍ​ນັກ​ຮົບ​ກຸ່ມ IS ໄດ້​ເອົາ​ປືນ​ຈໍ່​ໃສ່​ຫົວ​ຂອງ​ເຂົາ ຈາກ​ນັ້ນ​ພາບ​ກໍ​ຕັດ​ເປັນ​ສາກ​ສີ​ດຳ.  ຕາມ​ການ​ຄາດ​ການ​ຂອງ​ເຈົ້າ​ໜ້າ​ທີ່​ໃນ​ອີ​ຣັກ​ໄດ້​ລະ​ບຸ​ວ່າ ຜູ້​ເຄ​າ​ຮ້າຍ​ທັງ 21 ຄົນ ອາດ​ຖືກ​ສັງ​ຫານ​ທັງ​ໝົດ​ແລ້ວ ໃນ​ຂະ​ນະ​ນີ້.

 

EyWwB5WU57MYnKOuFqO6QXnbd2rtPCBqxymZnQFlMeJVCRwV2isPct

NjpUs24nCQKx5e1DIKVQ1GQspruGiQSBhKrOyMR0mzc

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...