Homeຂ່າວຕ່າງປະເທດຈີນ​ເປີດ​ທາງ​ຫລວງ ອະ​ນຸ​ຮັກ​ສິ່ງ​ແວດ​ລ້ອມ​ສາຍ​ທຳ​ອິດ ບໍ່​ມີ​ການຕັດ​ໄມ້ທຳ​ລາຍ​ປ່າ ຕະ​ຫລອດ​ສາຍ!

ຈີນ​ເປີດ​ທາງ​ຫລວງ ອະ​ນຸ​ຮັກ​ສິ່ງ​ແວດ​ລ້ອມ​ສາຍ​ທຳ​ອິດ ບໍ່​ມີ​ການຕັດ​ໄມ້ທຳ​ລາຍ​ປ່າ ຕະ​ຫລອດ​ສາຍ!

Published on

558000002248001

ຈີນ​ເປີດ​ໃບ​ໜ້າ​ໃໝ່​ແຫ່ງ​ຍຸກ​ອະ​ນຸ​ຮັກ​ສິ່ງ​ແວດ​ລ້ອມ ສ້າງ​ທາງ​ຫລວງ​ອະ​ນຸ​ຮັກ​ສິ່ງ​ແວດ​ລ້ອມ​ແຫ່ງ​ທຳ​ອິດ ເປີດ​ໃຫ້​ລົດ​ແລ່ນ​ແລ້ວ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 23 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ທາງ​ການ​ຈີນ​ໄດ້​ສຳ​ເລັດ​ການ​ກໍ່​ສ້າງ ເສັ້ນ​ທາງ​ຫລວງ​ອະ​ນຸ​ຮັກ​ສິ່ງ​ແວດ​ລ້ອມ ສາຍ​ທຳ​ອິດ​ຂອງ​ປະ​ເທດ​ຈີນ ໃນ​ເມືອງ​ຊິງ​ຊັນ ແຂວງ​ຫູ​ເປີ່ຍ ໂດຍ​ໄດ້​ເປີດ​ໃຫ້​ຍານ​ພາ​ຫະ​ນະ​ຕ່າງໆ ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ຕົ້ນ​ປີ 2015 ນີ້ ເຊິ່ງ​ມີ​ຄວາມ​ຍາວ​ທັງ​ໝົດ 10.5 ກິ​ໂລ​ແມັດ ນຳ​ໃຊ້​ງົບ​ປະ​ມານ​ກໍ່​ສ້າງ​ທັງ​ໝົດ 440 ລ້ານຢວນ ໂດຍແນວ​ຄວາມ​ຄິດ​ຂອງ​ການ​ສ້າງ​ເສັ້ນ​ທາງ​ດັ່ງ​ກ່າວ​ນີ້ ແມ່ນ​ຫລີກ​ລ່ຽງ​ການ​ທຳ​ລາຍ​ປ່າ​ໄມ້, ການ​ເຈາະ​ພູ​ເຂົາ ແລະ ປົກ​ປ້ອງ​ລະ​ບົບນິ​ເວດ​ວິ​ທະ​ຍາ​ຂອງ​ພື້ນ​ທີ່ຕະ​ຫລອດ​ເສັ້ນ​ທາງ.

558000002248002

558000002248003

558000002248004

558000002248005

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...