spot_img
Homeຂ່າວຕ່າງປະເທດຊາວ​ເປ​ຣູ​ຕື່ນເຕັ້ນ! ພົບວັດ​ຖຸ​ຄ້າຍ​ຈານ​ບິນ UFO ບິນ​ເໜືອ​ນ່ານ​ຟ້າ​ເມືອງ​ຫລວງ! (ເບິ່ງ​ຄ​ລິບ)

ຊາວ​ເປ​ຣູ​ຕື່ນເຕັ້ນ! ພົບວັດ​ຖຸ​ຄ້າຍ​ຈານ​ບິນ UFO ບິນ​ເໜືອ​ນ່ານ​ຟ້າ​ເມືອງ​ຫລວງ! (ເບິ່ງ​ຄ​ລິບ)

Published on

EyWwB5WU57MYnKOuFqOf88mIR0E9v641t6d6Ml0EVL7AznRz1WBWbO

ຊາວ​ເປ​ຣູ​ຕະ​ລຶງ ວັດ​ຖຸ​ປະ​ຫລາດ​ຄ້າຍ​ຄື​ຈານ​ບິນ ບິນ​ເໜືອ​ນ່ານ​ຟ້າ​ກາງ​ເມືອງ​ຫລວງ ກ່ອນ​ຈະ​ຫາຍ​ໄປ ຫລາຍ​ຄົນ​ເຊື່ອ​ເປັນ​ຍານ​ມະ​ນຸດ​ຕ່າງ​ດາວ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 25 ກຸມ​ພາ​ຜ່ານ​ມາ​ນີ້​ວ່າ ສະ​ຖາ​ນີ​ໂທ​ລະ​ພາບ​ຊ່ອງ​ໜຶ່ງ​ຂອງ​ເປ​ຣູ ໄດ້​ມີ​ການ​ຖ່າຍ​ທຳ​ລາຍ​ການ​ຢູ່ ແຕ່​ຢູ່​ດີໆ​ກໍ​ມີ​ວັດ​ຖຸ​ປະ​ຫລາດ​ສີ​ມ່ວງ​ຢູ່​ເທິງ​ທ້ອງ​ຟ້າ​ປະ​ກົດ​ຂຶ້ນ​ມາ ໃຈ​ກາງ​ນະ​ຄອນ​ຫລວງ​ລິ​ມາ ເມືອງ​ຫລວງ​ຂອງ​ປະ​ເທດ​ເປ​ຣູ ອັນ​ໄດ້​ເຮັດ​ໃຫ້​ທີມ​ງານ​ຕ້ອງ​ໄດ້​ຟ້າວ​ຈັບ​ກ້ອງ​ມາ​ບັນ​ທຶກ​ເຫດ​ການ​ດັ່ງ​ກ່າວ​ໄວ້​ທັນ​ທີ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ.

ທັງ​ນີ້ ຈາກ​ການ​ກົດ​ຊູມ​ເບິ່ງ​ພາບ​ໃນ​ໄລ​ຍະ​ໃກ້​ພົບ​ວ່າ ວັດ​ຖຸ​ດັ່ງ​ກ່າວ​ແມ່ນ​ມີ​ລັກ​ສະ​ນະ​ຄ້າຍ​ຄື​ຈານ​ບິນ ໂດຍ​ທາງ​ກາງ​ເປັນ​ສີ​ມ່ວງ ຂອບ​ສີ​ດຳ​ມືດ ເຊິ່ງ​ປະ​ກົດ​ມີ​ຜູ້​ເຫັນ​ເຫດ​ການ​ດຽວ​ກັນ​ເກືອບ 2 ຊົ່ວ​ໂມງ ກ່ອນ​ທີ່​ຈະ​ຫາຍ​ຕົວ​ໄປ ເຮັດ​ໃຫ້​ຜູ້​ຄົນ​ຕ່າງ​ກໍ​ພາ​ກັນ​ສົງ​ໄສວ່າ ວັດ​ຖຸ​ດັ່ງ​ກ່າວ​ແມ່ນ​ຫຍັງ ມາ​ຈາກ​ໃສ ແລະ ຫາຍ​ໄປ​ໄດ້​ແນວ​ໃດ ເຮັດ​ໃຫ້​ຫລາຍ​ຄົນ​ຕ່າງ​ກໍ​ພາ​ກັນ​ເຊື່ອ​ວ່າ ອາດ​ເປັນ​ຍານ​ຂອງ​ມະ​ນຸດ​ຕ່າງ​ດາວ ຫລື UFO.

ແນວ​ໃດ​ກໍ​ຕາມ, ບາ​ງ​ຄົນ​ກໍ​ໃຫັ​ທັດ​ສະ​ນະ​ວ່າ ວັດ​ຖຸ​ດັ່ງ​ກ່າວ​ອາດ​ເປັນ​ໂດ​ຣນ (ວັດ​ຖຸ​ບິນ​ໄດ້​ແບບ​ບັງ​ຄັບ​ຢູ່​ພາກ​ພື້ນ​ດິນ) ເຊິ່ງ​ອາດ​ມີ​ບາງ​ພາກ​ສ​່ວນ​ປ່ອຍ​ຂຶ້ນ​ເພື່ອ​ຖ່າຍ​ພາບ​ເທິງ​ອາ​ກາດ​.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...