Homeຂ່າວຕ່າງປະເທດເຮືອ​ບິນ​ໂດຍ​ສານຕຸ​ຣະ​ກີ ໄຫລ​ອອກ​ຕົກ​ຣັນ​ເວ​ຢູ່​ເນ​ປານ ເຊົ້າ​ມື້​ນີ້!

ເຮືອ​ບິນ​ໂດຍ​ສານຕຸ​ຣະ​ກີ ໄຫລ​ອອກ​ຕົກ​ຣັນ​ເວ​ຢູ່​ເນ​ປານ ເຊົ້າ​ມື້​ນີ້!

Published on

news07

ເຮືອ​ບິນ​ໂດຍ​ສານ​ເຕີ​ກິດ ແອ​ຣ໌ລາຍ ໄຫລ​ອອກ​ຕົກ​ຣັນ​ເວ​ຢູ່​ເນ​ປານ ໃນ​ລະ​ຫວ່າງ​ການ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ ນະ​ຄອນ​ຫລວງ​ກາດ​ມັນ​ດຸ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 4 ມີ​ນາ​ນີ້​ວ່າ ເກີດ​ເຫດ​ເຮືອ​ບິນ​ສາຍ​ການ​ບິນ​ເຕີ​ກິດ ແອ​ຣ໌​ລາຍ ໄຫລ​ອອກ​ຕົກ​ຣັນ​ເວ ລະ​ຫວ່າງ​ການ​ລົງ​ຈອດ​ທີ່​ສະ​ໜາມ​ບິນ​ນະ​ຄອນ​ຫລວງ​ກາດ​ມັນ​ດຸ ປະ​ເທດ​ເນ​ປານ ທ່າມ​ກາງ​ທັດ​ສະ​ນະ​ວິ​ໄສ​ທີ່​ຫຍຸ້ງ​ຍາກ​ລຳ​ບາກ ຍ້ອນ​ໝອກ​ລົງ​ໜາ​ຈັດ ໂຊກ​ດີ​ບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ ຫລື ເສຍ​ຊີ​ວິດ.

ເຫດ​ການ​ດັ່ງ​ກ່າວ ເກີດ​ຂຶ້ນ​ໃນ​ເວ​ລາ​ປະ​ເທດ 07 ໂມງ​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ຫລື ເວ​ລາ​ປະ​ມານ 08 ໂມງ ຂອງ​ມື້​ນີ້ (4 ມີ​ນາ) ຕາມ​ເວ​ລາ​ໃນ​ປະ​ເທດ​ລາວ ໂດຍ​ເຮືອ​ບິນ​ໂດຍ​ສານ​ສັນ​ຊາດ​ຕຸ​ຣະ​ກີ​ດັ່ງ​ກ່າວ ຖ້ຽວ​ບິນ #TK726 ບິນ​ມາ​ຈາກ​ນະ​ຄອນ​ອິດ​ສະ​ຕັນ​ບູນ ປະ​ເທດ​ຕຸ​ຣະ​ກີ ກຳ​ລັງ​ຈະ​ລົງ​ຈອດ​ທີ່​ສະ​ໜາມ​ບິນ​ຕ​ຣີ​ພູ​ວັນ ນະ​ຄອນ​ຫລວງ​ກາດ​ມັນ​ດຸ ປະ​ເທດ​ເນ​ປານ ແຕ່​ຍ້ອນ​ໝອກ​ລົງ​ໜາ​ຈັດ ຈິ່ງ​ເຮັດ​ໃຫ້​ທັດ​ສະ​ນະ​ວິ​ໄສ​ບໍ່​ດີ ນຳ​ມາ​ເຊິ່ງ​ເຫດ​ການ​ສະ​ເທືອນ​ຂັວນ​ດັ່ງ​ກ່າວ.

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...