Homeຂ່າວຕ່າງປະເທດທູດ​ສະ​ຫະ​ລັດປະ​ຈຳ​ເກົາ​ຫລີ​ໃຕ້ ຖືກຄົນ​ຮ້າຍ​ຟັນ​ໜ້າ ​ບາດ​ເຈັບ​ໜັກ!

ທູດ​ສະ​ຫະ​ລັດປະ​ຈຳ​ເກົາ​ຫລີ​ໃຕ້ ຖືກຄົນ​ຮ້າຍ​ຟັນ​ໜ້າ ​ບາດ​ເຈັບ​ໜັກ!

Published on

602928-01

ເກີດ​ເຫດ​ຄົນ​ຮ້າຍ​ບຸກ​ຟັນ​ໜ້າ ທຳ​ຮ້າຍ​ຮ່າງ​ກາຍ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ປະ​ຈຳ​ເກົາ​ຫລີ​ໃຕ້ ອາ​ການ​ສາ​ຫັດ.​

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 5 ມີ​ນາ​ນີ້​ວ່າ ທ່ານ ມາກ ລິບ​ເພີດ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ ປະຈຳ​ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ ຫລື ເກົາ​ຫລີ​ໃຕ້ ໄດ້​ຖືກ​ຊາຍ​ຄົນ​ໜຶ່ງ​ບຸກ​ເຂົ້າ​ທຳ​ຮ້າຍ​ຮ່າງ​ກາຍ ໃນ​ລະ​ຫວ່າງ​ທີ່​ເຂົາ​ກຳ​ລັງ​ເດີນ​ທາງ​ເຂົ້າ​ຮ່ວມ​ປະ​ຊຸມ ກັບ​ທາງ​ການ​ຂອງ​ເກົາ​ຫລີ​ໃຕ້, ໂດຍ​ຄົນ​ຮ້າຍ​ໄດ້​ໃຊ້​ມີດ ຟັນ​ທີ່​ໃບ​ໜ້າ​ທ່ານ​ທູດ ເຮັດ​ໃຫ້​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ແຕ່​ກໍ​ບໍ່​ອັນ​ຕະ​ລາຍ​ເຖິງ​ຊີ​ວິດ, ຫລັງ​ຈາກ​ເກີດ​ເຫດ ທ່ານ ລິບ​ເພີດ ກໍ​ຖືກ​ນຳ​ຕົວ​ສົ່ງ​ໂຮງ​ໝໍ​ໃນ​ທັນ​ທີ.

ສຳ​ລັບ​ບຸກ​ຄົນ​ທີ່​ກໍ່​ເຫດ​ນັ້ນ ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ຂອງ​ເກົາ​ຫລີ​ໃຕ້​ຄວບ​ຄຸມ​ຕົວ​ໄວ້​ໄດ້​ທັນ​ທີ, ຢ່າງ​ໃດ​ກໍ​ຕາມ ສຳ​ນັກ​ຂ່າວເອ​ພີ ໄດ້​ລາຍ​ງານ​ວ່າ ຊາຍ​ຄົນ​ດັ່ງ​ກ່າວ​ນີ້ ໄດ້​ສົ່ງ​ສຽງ​ຮ້ອງ​ກ່ອນ​ທີ່​ຈະ​ກໍ່​ເຫດ​ວ່າ ” ເກົາ​ຫລີ​ເໜືອ ແລະ ເກົາ​ຫລີ​ໃຕ້ ຄວນ​ຈະ​ກັບ​ມາ​ລວມ​ຕົວ​ກັນ​ອີກ! ”

U.S. Ambassador to South Korea Lippert leaves after he was slashed in the face by an unidentified assailant at a public forum in central Seoul

Security personnel detain an unidentified assailant who attacked the U.S. ambassador to South Korea Mark Lippert at a public forum, in central Seoul

Security personnel detain an unidentified assailant who attacked the U.S. ambassador to South Korea Mark Lippert at a public forum, in central Seoul

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...