ນາຍົກລັດຖະມົນຕີ ຊິນໂຊ ອາເບະ ແຫ່ງຣາຊະອານາຈັກຍີ່ປຸ່ນ ໂຄ້ງຄຳນັບຈັກກະພັດຮາກິຮິໂກະ ແລະ ພັນລະຍາ
ຄື້ນສຶນາມິຖະຫລົ່ມຊາຍຝັ່ງ ເມືອງອິວານຸມະ ທາງເພາກເໜືອຂອງຍີ່ປຸ່ນ ວັນທີ 11 ມີນາ 2011
ຊາວຍີ່ປຸ່ນຢູ່ນະຄອນຫລວງໂຕກຽວ ຢືນສວດພາວະນາ ໃຫ້ແກ່ຜູ້ເສຍຊີວິດຈາກເຫດການສຶນາມິ ເມື່ອ 4 ປີກ່ອນ
ໂຮງງານຜະລິດໄຟຟ້າພະລັງງານນິວເຄລຍ ຟູກູຊິມາ – ໄດອິຈິ ໃນປັດຈຸບັນ ເຕັມໄປດ້ວຍສານປົນເປື້ອນກຳມັນຕະພາບລັງສີ
ຊາວຍີ່ປຸ່ນຈູດທຽນໄວ້ອາໄລ ຢູ່ແຂວງມິຢາງິ
ຊາວຍີ່ປຸ່ນຢູ່ແຂວງມິຢາງິ ຢືນສະຫງົບນິ່ງໄວ້ອາໄລ ໃກ້ກັບອາຄານສູນເຕືອນໄພສຶນາມິ
ນັກຮຽນ ແລະ ຜູປົກຄອງ ຮ່ວມກັນໄວ້ອາໄລຢູ່ແຂວງມິຢາງິ
ຊາວຍີ່ປຸ່ນຢູ່ແຂວງອິວາເຕະ ປ່ອຍໂຄມລອຍໃນແມ່ນ້ຳ ເພື່ອລະນຶກເຖິງເຫດການມະຫາໄພພິບັດສຶນາມິ
ນັກບວດຢູ່ແຂວງຟູກູຊິມາ ກຳລັງສວດພາວະນາ ໃຫ້ແກ່ຜູ້ເສຍຊີວິດ ຈາກເຫດການສຶນາມິ ເມື່ອ 4 ປີກ່ອນ
ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ມີນາຜ່ານມານີ້ວ່າ ໃນມື້ວັນທີ 11 ມີນາຜ່ານມານີ້ ປະເທດຍີ່ປຸ່ນ ໄດ້ຈັດພິທີລະນຶກຄົບຮອບ 4 ປີ ມະຫາໄພພິບັດແຜ່ນດິນໄຫວຄັ້ງໃຫຍ່ລະດັບ 9.0 ຣິກເຕີ້ ເຊິ່ງກໍ່ໃຫ້ເກີດຄື້ນຍັກສຶນາມິ ສູງເຖິງ 40 ແມັດ ຊັດເຂົ້າຊາຍຝັ່ງທາງພາກຕາເວັນອອກຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດ 15,891 ຄົນ ສູນຫາຍເຖິງຕອນນີ້ອີກ 2,584 ຄົນ ໂດຍອາຄານບ້ານເຮືອນຖືກທຳລາຍ ຫລື ໄດ້ຮັບຄວາມເສຍຫາຍລວມ 1,148,067 ຫລັງ ແລະ ສ້າງຄວາມເສຍຫາຍໃຫ້ແກ່ໂຮງງານຜະລິດໄຟຟ້າພະລັງງານນິວເຄລຍ ຟູກູຊິມາ – ໄດອິຈິ ຈົນເຕົາປະຕິກອນນິວເຄລຍຫລອມລະລາຍ ເຮັດໃຫ້ສານກຳມັນຕະພາບລັງສີຮົ່ວໄຫລ ກາຍເປັນວິກິດການນິວເຄລຍມາຈົນເຖິງປັດຈຸບັນ.