Homeຂ່າວຕ່າງປະເທດຫວຽດ​ນາມຈະ​ສ້າງ ຫໍ​ຄອຍ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ ກາຍ​ຫໍ​ຄອຍ​ຂອງ​ປະ​ເທດ​ຍີ່​ປຸ່ນ!

ຫວຽດ​ນາມຈະ​ສ້າງ ຫໍ​ຄອຍ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ ກາຍ​ຫໍ​ຄອຍ​ຂອງ​ປະ​ເທດ​ຍີ່​ປຸ່ນ!

Published on

558000003092901
ຫໍ​ຄອຍ​ໂຕ​ກຽວ​ສະ​ກາຍ​ທ​ຣີ ຂອງ​ປະ​ເທດ​ຍີ່​ປຸ່ນ ໃນ​ຄວາມ​ສູງ 634 ແມັດ ສູງ​ທີ່​ສຸດ​ໃນ​ໂລກ​ປັດ​ຈຸ​ບັນ.

ຫວຽດ​ນາມ​ຈະ​ສ້າງ​ຫໍ​ຄອຍ​ໂທ​ລະ​ພາບ ສູງ​ທີ່​ສຸດ​ໃນ​ໂລກ ກາຍ​ຫໍ​ຄອຍທີ່​ສູງ​ທີ່​ສຸດ​ໃນ​ໂລກ​ປັດ​ຈຸ​ບັນ ຢູ່​ປະ​ເທດ​ຍີ່​ປຸ່ນ 2 ແມັດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 13 ມີ​ນາ​ຜ່ານ​ມາ​ນີ້​ວ່າ ທ່ານ ເຈິ່ນ ບິ່ງ ມິງ ຜູ້​ອຳ​ນວຍ​ການ​ໃຫຍ່ ສະ​ຖາ​ນີ​ໂທ​ລະ​ພາບ VTV ຂອງ​ຫວຽດ​ນາມ ໄດ້​ຫາ​ລື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ການ​ກໍ່​ສ້າງ​ຫໍ​ຄອຍ​ໂທ​ລະ​ພາບ ໂດຍ​ຜູ້​ນຳ​ຂອງ​ຫວຽດ​ນາມ​ລະ​ບຸ​ວ່າ ຫໍ​ຄອຍ​ໂທ​ລະ​ພາບ​ຈະ​ຕ້ອງ​ສູງ​ທີ່​ສຸດ​ໃນ​ພາກ​ພື້ນອາ​ຊີ ແລະ ຈະ​ເປັນ​ຫໍ​ຄອຍ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ ເພາະ​ຫໍ​ຄອຍ​ທີ່​ສູງ​ທີ່​ສຸດ​ໃນ​ໂລກ​ນັ້ນ ແມ່ນ​ຕັ້ງ​ຢູ່​ໃນ​ປະ​ເທດ​ຍີ່​ປຸ່ນ ແລະ ອັນ​ດັບ​ທີ 2 ແມ່ນ​ຢູ່​ປະ​ເທດ​ຈີນ.

​ທ່ານ ເຈິ່ນ ບິ່ງ ມິງ ກ່າວ​ວ່າ ຫໍ​ຄອຍ​ທີ່​ຈະ​ສ້າງ​ໃໝ່​ນີ້​ແມ່ນ​ຈະ​ມີ​ຄວາມ​ສູງ 636 ແມັດ ເຊິ່ງ​ໂຄງ​ການ​ກໍ່​ສ້າງ​ຫໍ​ຄອຍ​ໂທ​ລະ​ພາບ​ນີ້ ຈະ​ເປັນ​ວຽກ​ງານ​ອັນ​ສຳ​ຄັນໃນ​ການ​ພັດ​ທະ​ນາ​ວຽກ​ງານ​ໂທ​ລະ​ພາບ​ຂອງ​ຫວຽດ​ນາມ ອັນ​ຈະ​ສົ່ງ​ຜົນ​ໃນ​ທາງ​ບວກ​ຕໍ່​ພາກ​ການ​ທ່ອງ​ທ່ຽວ, ການ​ລົງ​ທຶນ ແລະ ສັງ​ຄົມ ອີກ​ທັງ​ຍັງ​ຈະ​ກາຍ​ເປັນ​ສະ​ຖາ​ປັດ​ຕະ​ຍະ​ກຳ​ອັນ​ໂດດ​ເດັ່ນ​ຂອງ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ​ອີກ​ດ້ວຍ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...