Homeຂ່າວຕ່າງປະເທດເວ​ເນ​ຊູ​ເອ​ລາ ອອກ​ກົດ​ໝາຍ​ຕ້ານ​ຈັກ​ກະ​ພັດ​ນິ​ຍົມ ໃຫ້​ອຳ​ນາດ​ຜູ້​ນຳ​ຕ້ານ​ອາ​ເມ​ຣິ​ກາ!

ເວ​ເນ​ຊູ​ເອ​ລາ ອອກ​ກົດ​ໝາຍ​ຕ້ານ​ຈັກ​ກະ​ພັດ​ນິ​ຍົມ ໃຫ້​ອຳ​ນາດ​ຜູ້​ນຳ​ຕ້ານ​ອາ​ເມ​ຣິ​ກາ!

Published on

Venezuelan acting president Nicolás Maduro

ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ທ່ານ ນິ​ໂກ​ລັ​ສ ມາ​ດູ​ໂຣ ໄດ້​ຮັບ​ອຳ​ນາດ​ສັ່ງ​ການ​ພິ​ເສດ​ຈາກ​ລັດ​ຖະ​ສະ​ພາ​ເວ​ເນ​ຊູ​ເອ​ລາ ເພື່ອ​ຕອບ​ໂຕ້​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໃນ​ມື້​ວັນ​ອາ​ທິດ​ທີ 15 ມີ​ນາ​ຜ່ານ​ມາ​ນີ້ ຫລັງ​ຈາກ​ທີ່​ເວ​ເນ​ຊູ​ເອ​ລາ ຖື​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ ປະ​ກາດ​ຂວ້ຳ​ບາດ ແລະ ຍັງ​ຖື​ເວ​ເນ​ຊູດ​ເອ​ລາ ເປັນ​ໄພ​ຄຸກ​ຄາມ​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ອຳ​ນາດ​ສັ່ງ​ການ​ພິ​ເສດ​ດັ່ງ​ກ່າວ ແມ່ນ​ເນື່ອງ​ຈາກ ທ່ານ ນິ​ໂກ​ລັ​ສ ມາ​ດູ​ໂຣ ໄດ້​ສະ​ເໜີ​ກົດ​ໝາຍ ” ຕໍ່​ຕ້ານ​ຈັກ​ກະ​ພັດ​ນິ​ຍົມ ” ເຂົ້າ​ສູ່​ລັດ​ຖະ​ສະ​ພາ​ເວ​ເນ​ຊູ​ເອ​ລາໄປ​ກ່ອນ​ໜ້າ​ນີ້ ເຊິ່ງ​ທາງ​ລັດ​ຖະ​ສະ​ພາ​ກໍ​ໄດ້​ມີ​ມະ​ຕິ​ເຫັນ​ດີ ຜ່ານ​ກົດ​ໝາຍຕໍ່​ຕ້ານ​ຈັກ​ກະ​ພັດ​ນິ​ຍົມ​ສະ​ບັບ​ດັ່ງ​ກ່າວ​ແລ້ວ ໃນ​ມື້​ວັນ​ອາ​ທິດ​ທີ 15 ມີ​ນາ​ຜ່ານ​ມາ ໂດຍ​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ​ນີ້ ໄດ້​ມອບ​ອຳ​ນາດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີເວ​ເນ​ຊູ​ເອ​ລາ ໃຊ້​ຄຳ​ສັ່ງ​ທາງ​ການ​ທະ​ຫານ​ໄດ້​ທັນ​ທີ ໃນ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ.

ທັງ​ນີ້ ປະ​ທາ​ນາ​ທິ​ບໍ​ດີ ມາ​ດູ​ໂຣ ຕ້ອງ​ການ​ອຳ​ນາດ​ສັ່ງ​ການ​ດັ່ງ​ກ່າວ ໃນ​ຖາ​ນະ​ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ ເພື່ອ​ຕອບ​ໂຕ້​ສະ​ຫະ​ລັດ​ອ​າ​ເມ​ຣິ​ກາ ທີ່​ປະ​ກາດ​ຂວ້ຳ​ບາດ​ຕໍ່​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ເວ​ເນ​ຊູ​ເອ​ລາ ລວມ​ໄປ​ເຖິງ​ການ​ປະ​ຕິ​ເສດ​ໃຫ້​ວີ​ຊ່າ​ເຂົ້າ​ປະ​ເທ​ດ​ອາ​ເມ​ຣິ​ກາ ແລະ ການ​ຍຶດ​ຊັບ​ສິນ​ຊາວ​ເວ​ເນ​ຊູ​ເອ​ລາ ເຊິ່ງ​ທ່ານ ມາ​ດູ​ໂຣ ອ້າງວ່າ​ເປັນ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ.

ເວ​ເນ​ຊູ​ອູ​ລາ ພາຍ​ໃຕ້​ການ​ນຳ​ຂອງ​ລັດ​ຖະ​ບານ​ທີ່​ມີ​ແນວ​ຄິດ​ອຽງ​ຊ້າຍ ຝັກ​ໄຝ່​ລັດ​ທິ​ສັງ​ຄົມ​ນິ​ຍົມ ອັນ​ໄດ້​ຮັບ​ແຮງ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຊົນ​ຊາວ​ເວ​ເນ​ຊູ​ເອ​ລາ​ມາ​ແລ້ວ​ຫລາຍ​ສະ​ໄໝ​ນັ້ນ ໄດ້​ຖືກ​ທາງ​ການ​ສະ​ຫະ​ລັດ ກໍ່​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຊຸດ​ດັ່ງ​ກ່າວ​ນີ້ ດ້ວຍ​ການ​ແຊກ​ແຊງ​ປັ່ນ​ປ່ວນ​ທາງ​ດ້ານ​ການ​ເມືອງ ໂດຍ​ທາງ​ການ​ສະ​ຫະ​ລັດ​ເອງ​ກໍ​ປະ​ຕິ​ເສດ​ ຕໍ່​ການ​ກ່ຽວ​ຂ້ອງ​ກັບ​ເລື່ອງ​ດັ່ງ​ກ່າວ​ມາ​ຕະ​ຫລອດ.  ແນວ​ໃດ​ກໍ​ຕາມ, ຫລັງ​ຈາກ​ກົດ​ໝາຍ​ຕ້ານ​ຈັກ​ກະ​ພັດ​ນິ​ຍົມ ຂອງ​ເວ​ເນ​ຊູ​ເອ​ລາ​ຜ່ານ​ລັດ​ຖະ​ສະ​ພາ​ອອກ​ມາ​ແລ້ວ ມວນ​ຊົນ​ຊາວ​ເວ​ເນ​ຊູ​ເອ​ລາ ກໍ​ໄດ້​ພາ​ກັນ​ອອກ​ມາ​ເດີນ​ຂະ​ບວນ​ສະ​ໜັບ​ສະ​ໜູນ ເພື່ອ​ສະ​ແດງ​ຄວາມ​ສາ​ມັກ​ຄີ ຕໍ່​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ຣິ​ກາ ໂດຍ​ທ່ານ ມາ​ດູ​ໂຣ ໄດ້​ກ່າວ​ປາ​ໄສ​ຕອນ​ໜຶ່ງວ່າ ” ເຖິງ​ແມ່ນ​ອາ​ເມ​ຣິ​ກາ​ຈະ​ມີ​ເງິນ​ໂດ​ລາ ແລະ​ພະ​ລັງ​ທາງ​ສື່ມວນ​ຊົນ ແຕ່​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ ບໍ່​ມີ​ສິ່ງ​ໜຶ່ງ​ທີ່​ເຮົາ​ຊາວ​ເວ​ເນ​ຊູ​ເອ​ລາ​ມີ ຄື​ພະ​ລັງ​ແຫ່ງ​ຄວາມ​ຊື່​ສັດ ເຊິ່ງ​ກົດ​ໝາຍ​ສະ​ບັບ​ນີ້ ຈະ​ມອບ​ອຳ​ນາດ​ໃຫ້​ແກ່​ຂ້າ​ພະ​ເຈົ້າ ເພື່ອ​ປົກ​ປ້ອງ​ສັນ​ຕິ​ພາບ ແລະ ເວ​ເນ​ຊູ​ເອ​ລາ “

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...