spot_img
Homeຂ່າວຕ່າງປະເທດທູດ​ຣັດ​ເຊຍ​ຢ້ຳ ການ​ຮ່ວມ​ມື​ທາງ​ທະ​ຫານ ຣັດ​ເຊຍ - ຫວຽດ​ນາມ ບໍ່​ເປັນ​ໄພ​ຄຸກ​ຄາມ

ທູດ​ຣັດ​ເຊຍ​ຢ້ຳ ການ​ຮ່ວມ​ມື​ທາງ​ທະ​ຫານ ຣັດ​ເຊຍ – ຫວຽດ​ນາມ ບໍ່​ເປັນ​ໄພ​ຄຸກ​ຄາມ

Published on

558000003172301

ທູດ​ຣັດ​ເຊຍ​ປະ​ຈຳ​ຫວຽດ​ນາມ ລະ​ບຸ​ການ​ພົວ​ພັນ​ທາງ​ການ​ທະ​ຫານ​ລະ​ຫວ່າງ​ຣັດ​ເຊຍ ແລະ ຫວຽດ​ນາມ ບໍ່​ເປັນ​ໄພ​ຄຸກ​ຄາມ​ໃດ​ໆ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 16 ມີ​ນາ​ຜ່ານ​ມາ​ນີ້​ວ່າ ທ່ານ ຄອນ​ສະ​ແຕນ​ຕິນ ວະ​ນູ​ຄ​ັອບ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ ປະ​ຈຳ​ຫວຽດ​ນາມ​ຄົນ​ໃໝ່​ໄດ້​ກ່າວ​ວ່າ ຄວາມ​ຮ່ວມ​ມື​ທາງ​ການ​ທະ​ຫານ ແລະ ເຕັກ​ໂນ​ໂລ​ຊີ​ທາງ​ການ​ທະ​ຫານ​ລະ​ຫວ່າງ​ສອງ​ປະ​ເທດ ບໍ່​ໄດ້​ເປັນ​ໄພ​ຄຸກ​ຄາມ​ຕ​ໍ່​ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ລວມ​ທັງ​ໃນ​ທົ່ວ​ໂລກ.  ໃນ​ປີ​ນີ້ ຫວຽດ​ນາມ ແລະ​ ຣັດ​ເຊຍ ຈະ​ສະ​ຫລອງ​ຄວາມ​ສຳ​ພັນ​ສອງ​ຝ່າຍ ຄົບ​ຮອບ 65 ປີ ໂດຍ​ໃນ​ໂອ​ກາດ​ດັ່ງ​ກ່າວ ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ດິ​ມິ​ທ​ຣີ ເມດ​ເວ​ເດບ ຂອງ​ຣັດ​ເຊຍ ຈະ​ເດີນ​ທາງງ​ມາ​ຢ້ຽມ​ຢາມ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ແລະ ປະ​ທາ​ນາ​ທິ​ບໍ​ດີ ເຈື່ອງ ເຕິນ ຊາງ ຂອງ​ຫວຽດ​ນາມ ກໍ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຣັດ​ເຊຍ​ເຊັ່ນ​ດຽວ​ກັນ.

ສຳ​ລັບ​ບັນ​ຫາ​ຄວາມ​ເຄັ່ງ​ຕຶງ​ໃນ​ທະ​ເລ​ຈີນ​ໃຕ້ ທ່ານທູດ​ຣັດ​ເຊຍ​ປະ​ຈຳ​ຫວຽດ​ນາມ​ໄດ້​ກ່າວ​ວ່າ ຣັດ​ເຊຍ​ສະ​ໜັບ​ສະ​ໜູນ​ການ​ແກ້​ໄຂ​ບັນ​ຫາ​ຂໍ້​ພິ​ພາດ ດ້ວຍ​ສັນ​ຕິ​ວິ​ທີ ບົນ​ພື້ນ​ຖານ​ຂອງ​ການ​ເຈ​ລະ​ຈາ ແລະ ກົດ​ໝາຍ​ລ​ະ​ຫວ່າງ​ປະ​ເທດ.

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...