spot_img
Homeຂ່າວຕ່າງປະເທດປາ​ກີ​ສະ​ຖານ ດຳ​ເນີນ​ການ​ແຂວນ​ຄໍ​ນັກ​ໂທດ​ປະ​ຫານ 12 ຄົນ ໃນ​ມື້​ດຽວ

ປາ​ກີ​ສະ​ຖານ ດຳ​ເນີນ​ການ​ແຂວນ​ຄໍ​ນັກ​ໂທດ​ປະ​ຫານ 12 ຄົນ ໃນ​ມື້​ດຽວ

Published on

EyWwB5WU57MYnKOuFqLDk8e1Z22gO0o8xKK0PQgQW3mRSyKkXcsOuH

ປາ​ກີ​ສະ​ຖານ ດຳ​ເນີນ​ການ​ແຂວນ​ຄໍ​ນັກ​ໂທດ​ປະ​ຫານ 12 ຄົນ​ໃນ​ມື້​ດຽວ ເມື່ອ​ວັນ​ອັງ​ຄານ (17 ມີ​ນາ) ຜ່ານ​ມາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 18 ມີ​ນາ​ນີ້​ວ່າ ປະ​ເທດ​ປາ​ກີ​ສະ​ຖານ ໄດ້​ດຳ​ເນີນ​ການ​ແຂວນ​ຄໍ​ນັກ​ໂທດ​ປະ​ຫານ 12 ຄົນ ໃນ​ມື້​ວານ​ນີ້ (17 ມີ​ນາ) ໂດຍ​ຈາກ​ການ​ເປີດ​ເຜີຍ​ຂອງ​ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບປາ​ກີ​ສະ​ຖານ ບັນ​ດາ​ນັກ​ໂທດ​ເຫລົ່າ​ນີ້ ແມ່ນ​ມີ​ຄວາມ​ຜິດ​ໃນ​ຂໍ້​ຫາ​ຕ່າງໆ​ເຊັ່ນ ກໍ່​ການ​ຮ້າຍ, ຄາດ​ຕະ​ກຳ ແລະ ຄະ​ດີ​ອາ​ຊະ​ຍາ​ກຳ​ຮ້າຍ​ແຮງ​ອື່ນໆ.

ທັງ​ນ​ນີ້ ປາ​ກີ​ສະ​ຖານ​ເຄີຍ​ງົດ​ເວັ້ນ​ໂທດ​ປະ​ຫານ​ຊີ​ວິດ​ມາ​ດົນ​ເຖິງ 7 ປີ ແຕ່​ຫາ​ກໍ​ມາ​ເລີ່ມ​ນຳ​ໃຊ້​ໂທດ​ປະ​ຫານ​ຊີ​ວິດ​ອີກ​ເທື່ອ​ໜຶ່ງ ໃນ​ມື້​ວັນ​ທີ 11 ມີ​ນາ​ຜ່ານ​ມາ​ນີ້ ເຮັດ​ໃຫ້​ການ​ແຂວນ​ຄໍ​ນັກ​ໂທດ 12 ຄົນ​ຄັ້ງ​ລ່າ​ສຸດ​ນີ້ ນັບ​ວ່າ​ເປັນ​ການ​ສັງ​ຫານ​ນັກ​ໂທດ​ໃນ​ເທື່ອ​ດຽວ​ຫລາຍ​ທີ່​ສຸດ ຕັ້ງ​ແຕ່​ຍົກ​ເລີກ​ໂທດ​ປະ​ຫານ​ຊີ​ວິດ​ເປັນ​ຕົ້ນ​ມາ.

 

 

 

 

 

 

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...