spot_img
Homeຂ່າວຕ່າງປະເທດລະ​ທຶກ! ເຮືອ​ບິນ​ຕຸ​ຣະ​ກີ ລົງ​ຈອດ​ສຸກ​ເສີນ ຫລັງ​ພົບ​ຂໍ້​ຄວາມ​ຂູ່​ວາງ​ລະ​ເບີດ!

ລະ​ທຶກ! ເຮືອ​ບິນ​ຕຸ​ຣະ​ກີ ລົງ​ຈອດ​ສຸກ​ເສີນ ຫລັງ​ພົບ​ຂໍ້​ຄວາມ​ຂູ່​ວາງ​ລະ​ເບີດ!

Published on

608835-01

ເຮືອ​ບິນ​ໂດຍ​ສານຂອງ​ສາຍ​ການ​ບິນ​ເຕີ​ກິ​ດ​ແອ​ຣ໌​ລາຍ ສັນ​ຊາດ​ຕຸ​ຣະ​ກີ ຕ້ອງ​ລົງ​ຈອດ​ສຸກ​ເສີນ​ທີ່​ໂມ​ຣັອກ​ໂກ ຫລັງ​ພົບ​ຂໍ້​ຄວາມ​ທີ່​ສົງ​ໄສວ່າ​ເປັນ​ການ​ຂູ່​ວາງ​ລະ​ເບີດ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ ລາຍ​ງານ​ໃນ​ວັນ​ທີ 31 ມີ​ນາ​ນີ້​ວ່າ ສາຍ​ການ​ບິນ​ເຕີ​ກິດ​ແອ​ຣ໌​ລາຍ ສາຍ​ການ​ບິນ​ແຫ່ງ​ຊາດ​ຂອງ​ຕຸ​ຣະ​ກີ ອອກ​ຖະ​ແຫລງ​ການ​ຊີ້​ແຈງ ເຫດ​ເຮືອ​ບິນ​ໂດຍ​ສານໂບ​ອິ້ງ 777 ຖ້ຽວ​ບິນ TK15 ພ້ອມ​ດ້ວຍ​ຜູ້​ໂດຍ​ສານ ແລະ ລູກ​ເຮືອ 256 ຄົນ ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫລວງ​ອິດ​ສະ​ຕັນ​ບູນ ໄປ​ຍັງ​ເມືອງ​ເຊົ້າເປົາ​ໂລ ຂອງ​ປະ​ເທດບ​ຣາ​ຊິນ ຕ້ອງ​ໄດ້​ແວ່​ລົງ​ຈອດ​ສຸກ​ເສີນ​ລະ​ຫວ່າງ​ທາງ ທີ່​ສະ​ໜາມ​ບິນ​ໃນ​ເມືອງ​ກາ​ຊາບ​ລັງ​ກາ ຂອງ​ປະ​ເທດ​ໂມ​ຣັອກ​ໂກ.

ການ​ລົງ​ຈອດ​ດັ່ງ​ກ່າວ ແມ່ນ​ມີ​ຂຶ້ນ​ຫລັງ​ຈາກ​ເຈົ້າ​ໜ້າ​ທີ່​ໃນ​ເຮືອ​ບິນ ກວດ​ພົບ​ເຈ້ຍ​ໂນ໊ດ​ທີ່​ຂຽນ​ຄຳ​ວ່າ ” ລະ​ເບີດ ” ຕົກ​ຢູ່​ໃນ​ຫ້ອງ​ນ້ຳ​ເທິງ​ເຮືອ​ບິນ ໂດຍ​ຕົວ​ແທນ​ສາຍ​ການ​ບິນ​ດັ່ງ​ກ່າວໄດ້​ກ່າວ​ວ່າ ການ​ລົງ​ຈອດ​ສຸກ​ເສີນ​ແມ່ນ​ເປັນ​ໄປ​ຕາມ​ການ​ປະ​ຕິ​ບັດ​ມາດ​ຕະ​ຖານ ພາຍ​ໃຕ້​ສະ​ຖາ​ນະ​ການ​ດັ່ງ​ກ່າວ ໂດຍ​ເຈົ້າ​ໜ້າ​ທີ່​ກຳ​ລັງ​ກວດ​ສອບ​ຂໍ້​ແທ້​ຈິງ​ຕໍ່​ໄປ.

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...