Homeຂ່າວຕ່າງປະເທດສະ​ຫລົດ! ກຸ່ມ​ອັນ-ຊາ​ບັບ ບຸກ​ຍຶດ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ເຄັນ​ຢາ ຂ້າ​ນັກ​ສຶກ​ສາ​ຕາຍ 147 ຄົນ!

ສະ​ຫລົດ! ກຸ່ມ​ອັນ-ຊາ​ບັບ ບຸກ​ຍຶດ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ເຄັນ​ຢາ ຂ້າ​ນັກ​ສຶກ​ສາ​ຕາຍ 147 ຄົນ!

Published on

kenya03

ກຸ່ມ​ກໍ່​ການ​ຮ້າຍ ອັນ-ຊາ​ບັບ ບຸກ​ຍຶດ​ມະ​ຫາ​ວິ​ທະ​ຍາ​ໄລ​ກາ​ຣິດ​ຊາ ໃນ​ປະ​ເທດ​ເຄັນ​ຢາ ເປີດ​ສາກ​ຍິງ ແລະ ຈັບ​ກຸມ​ຕົວ​ປະ​ກັນ ຕາຍ 147 ບາດ​ເຈັບ 79 ຄົນ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 3 ເມ​ສາ​ນີ້​ວ່າ ໃນ​ມື້​ວານ​ນີ້ (2 ເມ​ສາ) ກຸ່ມ​ກໍ່​ການ​ຮ້າຍ​ອັນ-ຊາ​ບັບ ໃນ​ປະ​ເທດ​ໂຊ​ມາ​ລີ ເຊິ່ງ​ເປັນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ອັນ​ກໍ​ອິ​ດະ ໄດ້ທຳ​ການ​ບຸກ​ໂຈມ​ຕີ​ມະ​ຫາ​ວິ​ທະ​ຍາ​ໄລ​ກາ​ຣິດ​ຊາ ເມືອງ​ກາ​ຣິດ​ຊາ ປະ​ເທດ​ເຄັນ​ຢາ ໂດຍ​ທາງ​ກຸ່ມ​ໄດ້​ຈັບ​ກຸມ​ຕົວ​ຜູ້​ທີ່​ບໍ່​ໄດ້​ນັບ​ຖື​ສາ​ສະ​ໜາ​ອິດ​ສະ​ລາມ​ໄວ້​ເປັນ​ຕົວ​ປະ​ກັນ ໂດຍ​ອ້າງວ່າ​ພາ​ລະ​ກິດດ​ັ່ງ​ກ່າວ​ນີ້ ແມ່ນ​ສັງ​ຫານ​ຜູ້​ທີ່​ຕໍ່​ຕ້ານ​ກຸ່ມ​ອັນ-ຊາ​ບັບ ພ້ອມ​ທັງ​ລະ​ບຸ​ອີກວ່າ ເຄັນ​ຢາ​ກຳ​ລັງ​ເຮັດ​ສົງ​ຄາມ​ກັບ​ປະ​ເທດ​ໂຊ​ມາ​ລີ.

cfdff

ກຸ່​ມ​ອັນ-ຊາ​ບັບ ເລີ່ມ​ໂຈມ​ຕີ​ເມື່ອ​ເວ​ລາ 5:30 ໂມງ ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ ແລະ ເວ​ລາ​ຜ່ານ​ໄປ 6 ຊົ່ວ​ໂມງ​ຂອງ​ການ​ບຸກ​ຍຶດ ມີ​ສຽງ​ປືນ​ແຕກ​ເປັນ​ແຕ່​ລະ​ໄລ​ຍະ ໂດຍ​ທາງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຄັນ​ຢາ​ລະ​ບຸ​ວ່າ ມີ​ນັກ​ສຶກ​ສາ​ຢູ່​ພາຍ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ​ທັງ​ໝົດ 815 ຄົນ ໂດຍ​ທາງ​ເຈົ້າ​ໜ້າ​ທີ່​ສາ​ມາດ​ພົບ​ຕົວ​ແລ້ວ 280 ຄົນ ແລະ ຍັງ​ກຳ​ລັງ​ຄົ້ນ​ຫາ​ອີກ​ທີ່​ເຫຍືອ​ປະ​ມານ 500 ຄົນ, ພາຍ​ຫລັງ​ເຈົ້າ​ໜ້າ​ທີ່​ສາ​ມາດ​ເຂົ້າ​ຢຸ​ຕິ​ການ​ກໍ່​ເຫດ​ດັ່ງ​ກ່າວ​ແລ້ວ ພົບ​ວ່າ ມີນັກ​ສຶກ​ສາ​ທີ່​ເປັນ​ຕົວ​ປະ​ກັນ​ຖືກ​ຍິງ​ຕາຍ 147 ຄົນ ​ບາດ​ເຈັບ​ອີກ 79 ຄົນ ໂດຍ​ຜູ້​ກໍ່​ເຫດ​ໄດ້​ຖືກ​ເຈົ້າ​ໜ້າ​ທີ່​ສັງ​ຫານ​ໄປ 4 ຄົນ.

ລ່າ​ສຸດ​ທາງ​ການ​ເຄັນ​ຢາ ໄດ້​ອອກ​ປະ​ກາດ​ຈັບ ທ້າວ ໂມ​ຮຳ​ໝັດ ໂມ​ຮາ​ມຸດ ເຊິ່ງ​ເປັນ​ຜູ້​ທີ່​ຢູ່​ເບື້ອງ​ຫລັງ​ຂອງ​ການ​ໂຈ​ມ​ຕີ​ໃນ​ຄັ້ງ​ນີ້ ໂດຍ​ໄດ້​ຕັ້ງ​ຄ່າ​ຫົວ​ 20 ລ້ານ​ໂດ​ລາ​ເຄັນ​ຢາ.

kenya04

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...