spot_img
Homeຂ່າວຕ່າງປະເທດເກົາ​ຫລີ​ໃຕ້ ຕັ້ງ​ຂໍ້​ຫາ​ແມ່​ຍິງ​ລ່ວງ​ລະ​ເມີດ​ທາງ​ເພດ​ຜູ້​ຊາຍ ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ!

ເກົາ​ຫລີ​ໃຕ້ ຕັ້ງ​ຂໍ້​ຫາ​ແມ່​ຍິງ​ລ່ວງ​ລະ​ເມີດ​ທາງ​ເພດ​ຜູ້​ຊາຍ ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ!

Published on

YonhapGuard030415e_1

ເກົາ​ຫລີ​ໃຕ້ ຕັ້ງ​ຂໍ້​ຫາ​ແມ່​ຍິງ​ລ່ວງ​ລະ​ເມີດ​ທາງ​ເພດ​ຜູ້​ຊາຍ​ ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ ຫລັງ​ມີ​ການ​ແກ້​ກົດ​ໝາຍ​ໃຫ້​ຟ້ອງ​ຜູ້​ຂົ່ມ​ຂືນ​ໄດ້​ທັງ​ຊາຍ ແລະ ຍິງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວ​ັນ​ທີ 4 ເມ​ສາ​ຜ່ານ​ມາ​ນີ້​ວ່າ ສຳ​ນັກ​ງານ​ໄອ​ຍະ​ການ​ສູງ​ສຸດ​ໃນ​ນະ​ຄອນ​ຫລວງ​ເຊ​ອູນ ສາ​ທາ​ລະ​ນະ​ລັດ​ເກົາ​ຫລີ ຫລື ເກົາ​ຫລີ​ໃຕ້ ໄດ້​ຕັ້ງ​ຂໍ້​ຫາ​ລ່ວງ​ລະ​ເມີດ​ທາງ​ເພດ ແກ່​ນາງ ຊອນ ອາ​ຍຸ 45 ປີ ​ຫລັງ​ຈາກ​ນາງ​ໄດ້​ກໍ່​ເຫດ​ວາງ​ຢາ ແລະ ພະ​ຍາ​ຍາມ​ຂົ່ມ​ຂືນ​ແຟນ​ເກົ່າ ເຊິ່ງ​ໄດ້​ໄປ​ແຕ່ງດອງ​ກັບ​ຜູ້​ຍິງ​ຄົນ​ອື່ນ​ໄປ​ແລ້ວ ໂດຍ​ນາງ​ໄດ້​ຈັບ​ຊາຍ​ແຟນ​ເກົ່າ​ຂອງ​ນາງ​ມັດ​ໄວ້ ແລະ ທຳ​ຮ້າຍ​ຮ່າງ​ກາຍເຂົາ​ ໃນ​ເວ​ລາ​ທີ່​ເຂົາ​ຟື້ນ​ມີ​ສະ​ຕິ​ຂຶ້ນ​ມາ​ອີກ​ດ້ວຍ.

ທັງ​ນີ້ ກໍ​ລະ​ນີ​ດັ່ງ​ກ່າວ ໄດ້​ກາຍ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຂອງ​ເກົາ​ຫລີ​ໃຕ້ ທີ່​ມີ​ການ​ຕັ້ງ​ຂໍ້​ຫາ​ລ່ວງ​ລະ​ເມີດ​ທາງ​ເພດ​ແກ່​ຜູ້​ຍິງ ເຊິ່ງ​ເປັນ​ຜົນ​ມາ​ຈາກ​ການ​ແກ້​ໄຂ​ກົດ​ໝາຍ​ອາ​ຍາ ວ່າ​ດ້ວຍ​ການ​ລ່ວງ​ລະ​ເມີດ​ທາງ​ເພດ​ຂຶ້ນ​ມາ​ໃໝ່ ເມື່ອ​ເດືອນ​ມິ​ຖຸ​ນາ ປີ 2013 ທີ່​ສົ່ງ​ຜົນ​ເຮ​ັດ​ໃຫ້​ສາ​ມາດ​ຕັ້ງ​ຂໍ້​ຫາ​ນີ້ໄດ້​ທັງ​ຜູ້​ຊາຍ ແລະ ຜູ້​ຍິງ.

 

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...