Homeຂ່າວຕ່າງປະເທດຫວາດ​ສຽວ! ຟ້າ​ຜ່າ​ເຮືອ​ບິນ​ອຽກ​ລັງ ເປັນ​ຮູ​ໂຈ່ງ​ໂປ່ງຂະ​ນະ​ບິນ​ຢູ່​ເທິງ​ຟ້າ ໂຊກ​ດີ​ລົງ​ຈອດ​ປອດ​ໄພ!

ຫວາດ​ສຽວ! ຟ້າ​ຜ່າ​ເຮືອ​ບິນ​ອຽກ​ລັງ ເປັນ​ຮູ​ໂຈ່ງ​ໂປ່ງຂະ​ນະ​ບິນ​ຢູ່​ເທິງ​ຟ້າ ໂຊກ​ດີ​ລົງ​ຈອດ​ປອດ​ໄພ!

Published on

news13

ຟ້າ​ຜ່າ​ເຮືອ​ບິນ​ອຽກ​ລັງ ຈົນ​ເປັນ​ຮູ​ຂະ​ໜາດ​ໃຫຍ່ ກັບ​ຕັນ​ຕັດ​ສິນ​ໃຈ​ບິນ​ຕໍ່​ຂ້າມ​ທະ​ວີບ​ຈົນ​ເຖິງ​ຈຸດ​ໝາຍ ລົງ​ຈອດ​ຢ່າງ​ປອດ​ໄພ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ ໃນ​ວັນ​ທີ 9 ເມ​ສາ​ຜ່ານ​ມາ​ນີ້​ວ່າ ເກີດ​ເຫດ​ຟ້າ​ຜ່າ​ເຮືອ​ບິນ​ໂດຍ​ສານ ໂບ​ອິ້ງ 757 ໃນ​ລະ​ຫວ່າງ​ທີ່​ບິນ​ຈາກ​ນະ​ຄອນ​ເຣັກ​ຢາ​ວິກ ປະ​ເທດ​ອຽກ​ລັງ ໄປ​ນະ​ຄອນ​ເດນ​ເວີ ລັດ​ໂຄ​ໂລ​ຣາ​ໂດ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ເຮັດ​ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ຢູ່​ບໍ​ລິ​ເວນ​ສ່ວນ​ຫົວ​ຂອງ​ເຮືອ​ບິນ ແຕ່​ເຮືອ​ບິນ​ກໍ​ສາ​ມາດ​ເດີນ​ທາງ​ເຖິງ​ທີ່​ໝາຍ​ໄດ້​ຢ່າງ​ປອດ​ໄພ.

ແຫລ່ງ​ຂ່າວ​ລະ​ບຸ​ວ່າ ເຮືອ​ບິນ​ຂອງ​ສາຍ​ການ​ບິນໄອ​ຊ໌​ແລນ​ດ໌​ແອ​ຣ໌ ຖ້ຽວ​ບິນ 671 ລຳ​ດັ່ງ​ກ່າວ ໄດ້​ຖືກ​ຟ້າ​ຜ່າ​ໃສ່ ຈາກ​ສະ​ພາບ​ອາ​ກາດ​ທີ່​ມີ​ພາ​ຍຸ​ຝົນ​ຟ້າ​ຄະ​ນອງ ຕັ້ງ​ແຕ່​ບໍ​ລິ​ເວນ​ຊາຍ​ຝັ່ງ​ຂອງ​ປະ​ເທດ​ອຽກ​ລັງ ແຕ່​ກໍ​ຍັງ​ສາ​ມາດ​ບິນ​ຂ້າມ​ທະ​ວີບ​ໄປ​ຕໍ່​ໄດ້​ອີກ 7 ຊົ່ວ​ໂມງ ໂດຍ​ກັບ​ຕັນ​ບໍ່​ໄດ້​ຕັດ​ສິນ​ໃຈ​ຫັນ​ຫົວ​ເຮືອ​ບິນ​ກັບ​ຄືນ​ແຕ່​ຢ່າງ​ໃດ ເຊິ່ງ​ຈາກ​ການກວດ​ສອບ​ກໍ​ພົບ​ວ່າ ສ່ວນ​ຫົວ​ຂອງ​ເຮືອ​ບິນ​ໄດ້​ຖືກ​ຟ້າ​ຜ່າ ຈົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເປັນ​ຮູ​ຂະ​ໜາດ​ໃຫຍ່.

ຢ່າງ​ໃດ​ກໍ​ຕາມ ເຫດ​ການ​ດັ່ງ​ກ່າວ​ຜູ້​ໂດຍ​ສານ​ເທິງ​ເຮືອ​ບິນ ຕ່າງ​ກໍ​ພາ​ກັນ​ຮັບ​ຮູ້​ເປັນ​ຢ່າງ​ດີ​ວ່າ ເກີດ​ເຫດ​ເຮືອ​ບິນ​ຟ້າ​ຜ່າ​ໃສ່​ເຮືອ​ບິນ ໂດຍ​ຕະ​ຫລອດ​ເສັ້ນ​ທາງ ແມ່ນ​ພວກ​ເຂົາ​ຕ່າງ​ພາ​ກັນ​ຢ້ານ​ກົວ​ໃນ​ສິ່ງ​ທີ່​ອາດ​ເກີດ​ຂຶ້ນ ຕະ​ຫລອດ​ເວ​ລາ ໂຊກ​ດີ​ທີ່​ບໍ່​ມີ​ໃຜ​ໄດ້​ຮັບ​ບາດ​ເຈັບ ຫລື​ ເສຍ​ຊີ​ວິດ.

 

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...