Homeຂ່າວຕ່າງປະເທດນັກ​ຮຽນແອັດ​ສະ​ປາຍ ອາ​ຍຸພຽງ 13 ປີ ບຸກ​ສັງ​ຫານ​ຄູ​ຕາຍ​ຄາ​ໂຮງ​ຮຽນ!

ນັກ​ຮຽນແອັດ​ສະ​ປາຍ ອາ​ຍຸພຽງ 13 ປີ ບຸກ​ສັງ​ຫານ​ຄູ​ຕາຍ​ຄາ​ໂຮງ​ຮຽນ!

Published on

EyWwB5WU57MYnKOuFtLtQB6Rb3v4k2mZCFlMOEFgIfLmmDNW0ZHgN3

ນັກ​ຮຽນ​ຊາຍ​ອາ​ຍຸ​ພຽງ 13 ປີ ພົກ​ມີດ ແລະ ໜ້າ​ໄມ້ ບຸກ​ສັງ​ຫານ​ຄູ​ຕາຍ​ຄາ​ໂຮງ​ຮຽນ ໃນ​ເມືອງ​ບາ​ເຊ​ໂລ​ນາ ປະ​ເທດ​ແອັດ​ສະ​ປາຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 21 ເມ​ສາ​ນີ້​ວ່າ ໃນ​ມື້​ວັນ​ຈັນ​ທີ 20 ເມ​ສາ​ຜ່ານ​ມາ​ນີ້ ເກີດ​ເຫດ​ນັກ​ຮຽນ​ຊາຍ ຊາວ​ແອັດ​ສະ​ປາຍ ອາ​ຍຸ 13 ປີ ໄດ້​ພົກ​ມີດ​ສະ​ປາ​ຕາ ແລະ ໜ້າ​ໄມ້​ເປັນ​ອາ​ວຸດ ບຸກ​ສັງ​ຫານ​ຄູ​ສັນ​ຍາ​ຈ້າງ​ຄົນ​ໜຶ່ງ ທີ່​ໂຮງ​ຮຽນ​ມັດ​ທະ​ຍົມ ໂຊ​ອັນ ຟຸດ​ເຕ ໃນ​ເມືອງ​ບາ​ເຊ​ໂລ​ນາ ປະ​ເທດ​ແອັດ​ສະ​ປາຍ ແລະ ທຳ​ຮ້າຍ​ຮ່າງ​ກາຍ​ຄູ​ອີກ 2 ຄົນ ພ້ອມ​ນັກ​ຮຽນ​ອີກ 2 ຄົນ ໄດ້​ຮັບ​ບາດ​ເຈັບ ກ່ອນ​ທີ່​ຈະ​ຖືກ​ຕຳ​ຫລວດ​ຈັບ​ກຸມ.

ຕຳ​ຫລວດ​ໄດ້​ນຳ​ສົ່ງ​ຕົວ​ຜູ້​ກໍ່​ເຫດ​ໄປ​ຍັງ​ໂຮງ​ໝໍ ເພື່ອກວດ​ສຸ​ຂະ​ພາບ​ຈິດ ໂດຍ​ທ່ານ ໂຄ​ເຊ ມິ​ເກວ ກອມ​ປາ​ນີ ໂຄ​ສົກ​ຂອງ​ສຳ​ນັກ​ງານ​ໄອ​ຍະ​ການ​ເມືອງ​ບາ​ເຊ​ໂລ​ນາ ໄດ້​ອອກ​ມາ​ກ່າວ​ວ່າ ເດັກ​ນ້ອຍ​ຄົນ​ດັ່ງ​ກ່າວ ມີ​ອາ​ການ​ກະ​ວົນ​ກະ​ວ​າຍ ເວົ້າ​ແຕ່​ເລື່ອງ​ແປກໆ ແລະ ບໍ່​ປະ​ຕິດ​ປະ​ຕໍ່ ບໍ່​ໄດ້​ໃຈ​ຄວາມ​ຫຍັງ ເຊິ່ງ​ທາງ​ໂຮງ​ໝໍ​ຈະ​ທຳ​ການກວດ​ສອບ​ວ່າ ເດັກ​ຄົນ​ດັ່ງ​ກ່າວ​ມີ​ອາ​ການ​ປ່ວຍ​ທາງ​ຈິດ ຫລື ເຮັດ​ທຳ​ເສຍ​ຈິດ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...