Homeຂ່າວຕ່າງປະເທດ​ໄທນຳ​ເງິນ​ໃບ​ລະ 5 ແສນ​ບາດ ອອກ​ໃຫ້​ປະ​ຊາ​ຊົນ​ແລກອີກ​ເທື່ອ​ໜຶ່ງ ໃນ​ລາ​ຄາ​ໃບ​ລະ 1 ລ້ານ​ບາດ

​ໄທນຳ​ເງິນ​ໃບ​ລະ 5 ແສນ​ບາດ ອອກ​ໃຫ້​ປະ​ຊາ​ຊົນ​ແລກອີກ​ເທື່ອ​ໜຶ່ງ ໃນ​ລາ​ຄາ​ໃບ​ລະ 1 ລ້ານ​ບາດ

Published on

--6

ທະ​ນາ​ຄານ​ແຫ່ງ​ປະ​ເທດ​ໄທ ນຳ​ທະ​ນາ​ບັດ​ທີ່ລະ​ນຶກ​ສະ​ເຫລີມ​ພະ​ກຽດເຈົ້າ​ຊີ​ວິດ ໃບ​ລະ 5 ແສນ​ບາດ ອອກ​ໃຫ້​ປະ​ຊາ​ຊົນ​ແລກ​ອີກ​ເທື່ອ​ໜຶ່ງ ໃນ​ລາ​ຄາ​ໃບ​ລະ 1 ລ້ານ​ບາດ.

ໜັງ​ສື​ພິມ​ຂ່າວ​ສົດ​ຂອງ​ໄທ ລາຍ​ງານ​ໃນ​ວັນ​ທີ 7 ພຶດ​ສະ​ພາ​ຜ່ານ​ມາ​ນີ້​ວ່າ  ທ່ານ ຈິ​ຣະ​ເທບ ເສ​ນີ​ວົງ ນະອະ​ຍຸດ​ທະ​ຍາ ໂຄ​ສົກ​ທະ​ນາ​ຄານ​ແຫ່ງ​ປະ​ເທດ​ໄທ ໄດ້​ເປີດ​ເຜີຍ​ວ່າ ທະ​ນາ​ບັດ​ທີ່​ລະ​ນຶກ​ໃບ​ລະ 500,000 ບາດ ເຊິ່ງ​ໄດ້​ຈັດ​ພິມ​ຂຶ້ນ​ເພື່ອ​ສະ​ເຫລີມ​ພະ​ກຽດ ໃນ​ໂອ​ກາດ​ວັນ​ຣາ​ຊາ​ພິ​ເສກ​ສົມ​ລົດ ແລະ ວັນ​ຣາ​ຊາ​ພິ​ເສກ​ຂຶ້ນ​ເປັນ​ກະ​ສັດ​ແຫ່ງ​ຣາ​ຊະ​ອາ​ນາ​ຈັກ​ໄທ ຂອງ​ກະ​ສັດພູ​ມິ​ພົນ ແລະ ຣາ​ຊິ​ນີ​ສິ​ຣິ​ກິດ ຄົບ​ຮອບ 50 ປີ ເມື່ອ​ປີ 2000 ທີ່​ຜ່ານ​ມາ ຈຳ​ນວນ 1,998 ໃບ ແລະ ເນື່ອງ​ຈາກ​ທະ​ນາ​ບັດ​ດັ່ງ​ກ່າວ​ຍັງ​ຄົງ​ມີ​ຈຳ​ນວນ​ເຫລືອ​ຢູ່ ທາງ​ທະ​ນາ​ຄານ​ແຫ່ງ​ປະ​ເທດ​ໄທ ຈິ່ງ​ນຳ​ອອກ​ມາ​ໃຫ້​ປະ​ຊາ​ຊົນ​ແລກ​ໄດ້​ອີກ​ເທື່ອ​ໜຶ່ງ ໃນ​ງານ​ມະ​ຫາ​ກຳ​ການ​ເງິນ (Money Expo) ຄັ້ງ​ທີ 15 ລະ​ຫວ່າງວັນ​ທີ 7-10 ພຶດ​ສະ​ພາ​ນີ້ ໂດຍ​ຜູ້​ທີ່​ສົນ​ໃຈ​ສາ​ມາດ​ແລກ​ຊື້​ໄດ້ ໃນ​ລາ​ຄາ​ໃບ​ລະ 1,000,000 ບາດ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...