spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ພາສີ ສະໜາມບິນສາກົນວັດໄຕ ຢຶດງາຊ້າງຜິດກົດໝາຍ 48 ກິໂລ!

ເຈົ້າໜ້າທີ່ພາສີ ສະໜາມບິນສາກົນວັດໄຕ ຢຶດງາຊ້າງຜິດກົດໝາຍ 48 ກິໂລ!

Published on

20150904143402

ອີງ​ຕາມ​ຂໍ້​ມູນ​ຈາກ​ເຈົ້າ​ໜ້າທີ່​ດ່ານ​ພາສີ​ສາກົນ ສະໜາມ​ບິນວັດ​ໄຕ ໃນ​ວັນ​ທີ 4 ກັນຍາ 2015 ໃຫ້​ຮູ້​ວ່າ: ດ່ານ​ພາສີ​ສາກົນ ສະໜາມ​ບິນ​ວັດ​ໄຕ ໄດ້​ມີ​ການ​ປະສານ​ງານ ແລະ ແລກປ່ຽນ​ຂໍ້​ມູນ ການ​ລັກລອບ​ນຳ​ເຂົ້າ​ສິນຄ້າ​ຜິດກົດໝາຍ ກັບ​ພາສີ​ປະເທດ​ເພື່ອນມິດ​ຢ່າງ​ຕໍ່​ເນື່ອງ ແລະ ຕົ້ນ​ອາທິດຜ່ານ​ມາ ດ່ານ​ພາສີ​ສາກົນ ສະໜາມ​ບິນ​ວັດ​ໄຕ ໄດ້​ຮັບ​ຂໍ້​ມູນ​ວ່າ ຈະ​ມີ​ການ​ລັກລອບ​ງາ​ຊ້າງ​ຜິດ​ກົດໝາຍ ມາ​ນຳ​ສາຍ​ການບິນ​ລາວ ທີ່​ເດີນທາງ​ຈາກ​ສະໜາມ​ບິນ​ອິນຊອນ ສ ເກົາຫຼີ ໃນ​ວັນ​ທີ 3 ກັນຍາ 2015 ເຖິງ​ສະໜາມ​ບິນ​ສາກົນ​ວັດ​ໄຕ ເວລາ 14:00 ໂມງ ເຊິ່ງ​ງາ​ຊ້າງ​ດັ່ງກ່າວ​ ມີ​ຕົ້ນ​ທາງຈາກ​ທະວີບ​ອາ​ຟຣິກ​ກາ.

ພາຍຫຼັງ​ຖ້ຽວ​ບິນ QV912 ລົງ​ຈອດ ເຈົ້າ​ໜ້າທີ່​ດ່ານ​ພາສີ​ສາກົນ ສະໜາມ​ບິນ​ວັດ​ໄຕ​ໄດ້​ກວດກາ ແລະ ພົບ​ເຫັນ​ຫີບ​ເຄື່ອງ​ຕ້ອງສົງໄສ 2 ໜ່ວຍ ເຊິ່ງ​ກົງ​ກັບ​ຂໍ້​ມູນທີ່​ໄດ້​ຮັບ​ເບື້ອງ​ຕົ້ນ ຈຶ່ງ​ໄດ້​ກວດກາດ້ວຍ​ລະບົບ​ສາຍ​ແສງ ແລະ ເຫັນ​ພາບ​ຢ່າງ​ຊັດ​ເຈນ ເຈົ້າ​ໜ້າທີ່ກໍ່​ໄດ້​ກວດກາ​ຕົວ​ຈິງ​ພົບ​ງາ​ຊ້າງ 9 ທ່ອນ ນ້ຳໜັກ 48 ກິ​ໂລ ເຊິ່ງ​ມີການ​ຫຸ້ມ​ຫໍ່​ເຈ້ຍ ແລະ ໂຟມ​ເປັນຢ່າງ​ດີ.

ຂໍ້​ມູນ​ຈາກ​ເຈົ້າ​ໜ້າທີ່​ດ່ານ​ພາສີ​ສາກົນ ສະໜາມ​ບິນ​ວັດ​ໄຕ ຍັງໃຫ້​ຮູ້​ອີ​ກວ່າ: ການ​ລັກລອບ​ນຳເຂົ້າ​ງາ​ຊ້າງ​ຄັ້ງ​ນີ້ ແມ່ນ​ຜິດ​ຕໍ່​ກົດໝາຍ ບໍ່​ມີ​ໜັງສື​ອະນຸຍາດ​ຈາກພາກສ່ວນ​ກ່ຽວຂ້ອງ ​ຈາກ​ປະເທດຕົ້ນ​ທາງ ແລະ ບໍ່​ມີ​ອະນຸຍາດ​ນຳເຂົ້າ​ຈາກ​ພາກສ່ວນ​ກ່ຽວຂ້ອງຂອງ​ລາວ ເຊິ່ງ​ເປັນ​ການ​ລະເມີດກົດໝາຍ​ວ່າ​ດ້ວຍ​ພາສີ ກົດໝາຍວ່າ​ດ້ວຍ​ສັດ​ນ້ຳ-ສັດປ່າ ແລະ ສົນທິ​ສັນຍາ​ສາກົນ​ວ່າ​ດ້ວຍ​ການ​ຄ້າຂາຍ​ຊະນິດ​ພັນ​ສັດປ່າ ແລະ ພືດປ່າ​ທີ່​ໃກ້​ຈະ​ສູນພັນ​ລະຫວ່າງ​ຊາດ (CITES) ທີ່ ​ສປປ ລາວ ເປັນພາຄີ​ໃນ​ປີ 2004 ສະນັ້ນ ເຈົ້າໜ້າທີ່​ດ່ານ​ພາສີ​ສາກົນ ສະໜາມບິນ​ວັດ​ໄຕ ຈຶ່ງ​ໄດ້​ຢຶດ​ງາ​ຊ້າງ​ດັ່ງກ່າວ​ໄວ້ ພ້ອມ​ທັງ​ເລັ່ງ​ຕິດຕາມ​ເຈົ້າຂອງ​ມາ​ດຳເນີນ​ຄະດີ​ໃນ​ຂັ້ນ​ຕໍ່​ໄປ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...