Homeຂ່າວການພັດທະນານະຄອນຫລວງວຽງຈັນ ປັບປຸງການເສັງໃບຂັບຂີ່ ເປັນລະບົບທັນສະໄໝ ແລະ ໂປ່ງໃສ!

ນະຄອນຫລວງວຽງຈັນ ປັບປຸງການເສັງໃບຂັບຂີ່ ເປັນລະບົບທັນສະໄໝ ແລະ ໂປ່ງໃສ!

Published on

nuansay

ຂປລ. ​ເລີ່​ມ​ແຕ່​ປີ 2014 ​ເປັນຕົ້ນມາ ກອງ​ຄຸ້ມ​ຄອງ​ພາຫະນະ ​ແລະ ການ​ຂັບ​ຂີ່ ນະຄອນຫລວງ​ວຽງ​ຈັນ ​ໄດ້​ພັດທະນາ​ ການ​ສອບ​ເສັງ​ໃບ​ຂັບ​ຂີ່​ ໃຫ້ ​ເປັນ​ລະບົບ​ທັນ​ສະ​ໄໝ ​ໂດຍ​ການ​ນຳ​ໃຊ້ ​ລະບົບ​ຄອມ​ພິວ​ເຕີ ​ເຂົ້າ​ໃນ​ການ​ສອບ​ເສັງ​ພາກ​ທິດ​ສະ​ດີ ​ແລະ ຕົວ​ຈິງ ​ເຊິ່ງສາມາດ​ຮັບປະກັນ​ ຄວາມ​ໂປ່​ງ​​ໄສ, ຊັດ​ເຈນ, ວ່ອງ​ໄວ ທັງ​ຮັບປະກັນ​ ຄຸນ​ນະພາບ ຂອງ​ຜູ້​ຂັບ​ຂີ່.

ທ່ານ ນວນ​ໄຊ ພະ​ໄຊ​ສົມບັດ ຫົວໜ້າ​ກອງ​ຄຸ້ມ​ຄອງ​ ພາຫະນະ ​ແລະ ການ​ຂັບ​ຂີ່ ນະຄອນຫລວງ​ວຽງ​ຈັນ ​ໄດ້​ໃຫ້​ສຳພາດ​ວ່າ: ການ​ສອບ​ເສັງ​ໃບ​ຂັບ​ຂີ່ ຢູ່​ນະຄອນຫລວງ​ວຽງ​ຈັນ ​ແມ່ນ​ມີ​ຄວາມ​ໂປ່​ງ​​ ໄສ, ບໍ່​ສາມາດ​ຊື້​ຈ້າງ​ໄດ້​ຢ່າງ​ແນ່ນອນ ​ເນື່ອງ​ຈາກ​ປັດຈຸບັນ ​ແມ່ນ​ໄດ້​ພັດທະນາ​ການ​ສອບ​ເສັງ​ ໃຫ້​ເຂົ້າສູ່​ລະບົບ​ເຕັກ​ໂນ​ໂລ​ຊີ ທີ່​ທັນ​ສະ​ໄໝ, ມີ​ການ​ເກັບ​ກຳ​ຂໍ້​ມູນ ​ແລະ ​ໃຫ້​ຄະ​ແນນ​ ດ້ວຍ​ລະບົບ​ຄອມ​ພິວ​ເຕີ, ການ​ສອບ​ເສັງ​ແມ່ນ ​ເປັນ​ໄປ​ຕາມ​ກົນ​ໄກ​ທີ່​ກຳນົດ​ໄວ້​ ຜູ້​ສອບ​ເສັງ​ຕ້ອງ​ມີ​ຄວາມ​ຮູ້, ຄວາມ​ສາມາດ ​ແລະ ມີໜ້າ​ມາ​ສອບ​ເສັງ​ຕົວ​ຈິງ ຈຶ່ງ​ໄດ້​ຮັບ​ໃບ​ຂັບ​ຂີ່. ຜ່ານ​ການ​ນຳ​ໃຊ້​ລະບົບ​ດັ່ງກ່າວ ​ແມ່ນ​ເຮັດ​ໃຫ້ການ​ສອບ​ເສັງ​ ໃບ​ຂັບ​ຂີ່​ມີ​ຄວາມ​ໂປ່​ງ​ໃສ.

ທ່ານ ນວນ​ໄຊ ພະ​ໄຊ​ສົມບັດ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ການ​ສອບ​ເສັງ​ໃບ​ຂັບ​ຂີ່​ ໃນ​ພາກ​ທິດ​ສະ​ດີ ​ແລະ ຕົວ​ຈິງ ​ແມ່ນ​​​ລະບົບ​ຄອມ​ພິວ​ເຕີ​ ​ເປັນ​ສິ່ງ​ຕັດສິນ ວ່າ​ຜູ້​ສອບ​ເສັງ​ມີ​ຄະ​ແນນ​ຜ່ານ ຫລື ບໍ່​ຜ່ານ, ພວກ​ເຮົາ​ບໍ່​ສາມາດ​ດັດ​ແປງ​ ຜົນ​ການ​ສອບ​ເສັງ​ ທີ່​ລະບົບ​ກຳນົດ​ອອກ​ໄດ້, ສຳລັບ​ກອງ​ຄຸ້ມ​ຄອງ​ພາຫະນະ ​ແລະ ການ​ຂັບ​ຂີ່ ​ແມ່ນ​ບໍ່​ມີ​ກຳມະການ​ຄວບ​ຄຸມ​ການ​ສອບ​ເສັງ ມີ​ແຕ່​ພະນັກງານ​ ຄຸ້ມ​ຄອງ​ລະບົບ​ໄອ​ທີ ​ເຊິ່ງ​ມີໜ້າ​ທີ່​ຄຸ້ມ​ຄອງ​ລະບົບ ​ບໍ່​ໃຫ້​​​ຂັດ​ຂ້ອງ, ການ​ສອບ​ເສັງ​ທຸກຂັ້ນຕອນ​ແມ່ນ ​ລະບົບ​ຄອມ​ພິວ​ເຕີ​ເປັນ​ໂຕ​ຕັດ​ສິນ ຖ້າ​ຫາກ​ຜູ້​ສອບ​ເສັງ​ມີ​ຄະ​ແນນ ​ຜ່ານ​ຕາມ​ມາດຖານ​ທີ່​ກຳນົດ​ໄວ້​ ກໍ​ຈະ​ອອກ​ໃບ​ຂັບ​ຂີ່​ໃຫ້​ພ້ອມ​ເລີຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...