spot_img
Homeຂ່າວທ້ອງຖິ່ນເນື້ອທີ່ນາຂອງປະຊາຊົນ 2 ເມືອງຂອງແຂວງຄຳມ່ວນ ຖືກນ້ຳຖ້ວມ!

ເນື້ອທີ່ນາຂອງປະຊາຊົນ 2 ເມືອງຂອງແຂວງຄຳມ່ວນ ຖືກນ້ຳຖ້ວມ!

Published on

07

ຂປລ. ທ່ານ ພູທອນ ໄຊຍະວົງ ຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງເຊບັ້ງໄຟ ​ເປີດ​ເຜີຍ​ໃນວັນທີ4 ກັນຍານີ້ວ່າ: ເມືອງຂອງ​ຕົນ ແມ່ນເມືອງໜຶ່ງ ທີ່ໄດ້ຮັບ ຜົນກະທົບ ຈາກໄພນ້ຳຖ້ວມ ໂດຍສະເພາະ ເນື້ອທີ່ນາ ຂອງປະຊາຊົນ ເຊິ່ງ​ເມື່ອ ເດືອນ ກໍລະກົດ ຜ່ານມາ ​ເນື້ອ​ທີ່​ນາກ​ວ່າ 1 ພັນ​ເຮັກຕາ​ ຂອງຊາວນາ​ ກວ່າ 900 ຄອບຄົວ ຖືກ​ນ້ຳຖ້ວມ ​ແລະ ເສຍຫາຍ ​ໂຕ​ຈິງກວ່າ 300 ເຮັກຕາ ແລະ ​ເມື່ອທ້າຍເດືອນ ສິງຫາ ຮອດຕົ້ນເດືອນ ກັນຍານີ້ ຝົນ​ໄດ້ຕົກ ຕິດຕໍ່ກັນ ຫລາຍມື້ ເຮັດໃຫ້ ລະດັບ ນ້ຳເຊບັ້ງໄຟ ເພີ່ມຂຶ້ນ ແລະ ໄຫລເຂົ້າຖ້ວມ ເນື້ອທີ່ນາ ຂອງປະຊາຊົນ 27 ບ້ານ​ກວ່າ 900 ເຮັກຕາ.

ສ່ວນທ່ານ ຄຳມອນ ພົມພິທັກ ຫົວໜ້າ ຫ້ອງການ ກະສິກຳ-ປ່າໄມ້ ເມືອງໜອງບົກ ກ່າວ ວ່າ: ເນືື້ອທີ່ນາປີ​ ເມືອງ​ຕົນ ກໍຖືກ ນໍ້າຖ້ວມກວ່າ 1.800 ເຮັກຕາ ສົ່ງ​ຜົນ​ໃຫ້ ​ປະຊາຊົນ ​ກວ່າ 1.860 ຄອບຄົວ​ຢູ່ 34 ບ້ານ ປະສົບ​ບັນຫາຫລັງເນືື້ອທີ່ ເສຍຫາຍ ກວ່າ 1.390 ເຮັກຕາ ​ໂດຍ​ກວມ​ເອົາ 31 ບ້ານ, ສ່ວນພືດ ຂອງ​ປະຊາຊົນ 4 ບ້ານ ​ຄືບ້ານດອນຂຽວ, ບຶງສານທ່າ, ບຶງສານເທິງ ແລະ ບ້ານດອນປາແດກ ຖືກຖ້ວມ ເສຍຫາຍ 100 ເຮັກຕາ, ຄາດ​ຄະ​ເນ ​ຜົນ​ເສຍ​ຫາຍ​ ເບື້ອງ​ຕົ້ນ ກວ່າ 17 ຕື້ກີບ. ສຳລັບ​ການ​ປັກ​ດຳ​ເຂົ້ານາປີ ​ແມ່ນ​ສຳ​ເລັດ​ ໃນ​ເນື້ອ​ທີ່ ກວ່າ 14 ພັນ​ເຮັກຕາ ​ຈາກ​ການ​ຕັ້ງ​ເປົ້້າ ຜະລິດ ​ໃຫ້​ໄດ້ ​ໃນເນື້ອທີ່ 15.670 ເຮັກຕາ, ຂະນະ​ທີ່ ​ການປູກພືດ​ ໃນລະດູຝົນ ບັນລຸ 500 ເຮັກຕາ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...