spot_img
Homeຂ່າວການພັດທະນາສະຖານີລົດເມຂົວດິນ ສຳເລັດການຍົກຍ້າຍ ກຽມລົງມືກໍ່ສ້າງໃໝ່ ທັນສະໄໝກ່ວາເກົ່າ!

ສະຖານີລົດເມຂົວດິນ ສຳເລັດການຍົກຍ້າຍ ກຽມລົງມືກໍ່ສ້າງໃໝ່ ທັນສະໄໝກ່ວາເກົ່າ!

Published on

20150904103914

ມາ​ຮອດ​ວັນ​ທີ 1 ກັນຍາ 2015 ລັດ​ວິ​ສາ​ຫະ​ກິດ​ລົດເມ ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ສຳເລັດການ​ຍົກຍ້າຍ ແລະ ຈັດ​ສັນ​ບ່ອນຈອດ​ລົດເມ​ຊົ່ວຄາວ ​ຢູ່​ສະຖານີລົດເມ​ສາທາລະນະ (ຂົວ​ດິນ) ເພື່ອ​ຈະ​ໄດ້​ກະກຽມ​ລົງມື​ກໍ່ສ້າງສະຖານີ​ລົດເມ​ໃໝ່ ​ທີ່​ຈະ​ໄດ້​ເລີ່ມຈັດ​ຕັ້ງ​ປະຕິບັດ​ນັບ​ແຕ່​ທ້າຍ​ປີ 2015 ເປັນຕົ້ນ​ໄປ ແລະ ຈະ​ໃຫ້ສຳເລັດ​ພາຍ​ໃນ 4 ປີ ໂດຍ​ແມ່ນບໍລິສັດ ຈິດ​ຈະເລີນ​ກໍ່ສ້າງ ຈຳກັດ ເປັນ​ຜູ້​ສຳ​ປະທານ ເຊິ່ງ​ສະ​ຖານີ​ລົດເມ​ໃໝ່​ແຫ່ງ​ນີ້ ​ຈະ​ສ້າງ​ເປັນອາຄານ 12 ຊັ້ນ ຊັ້ນ​ລຸ່ມ​ຈະ​ເປັນບ່ອນ​ຈອດ​ລົດເມ ເມື່ອ​ເຖິງ​ເວລານັ້ນ ​ຈະ​ເຮັດ​ໃຫ້ ນວ ພວກ​ເຮົາ​ໄດ້ສະຖານີ​ລົດເມ​ທີ່​ໄດ້​ມາດຕະຖານ.

ທ່ານ ວິລະ​ພອນ ຜາ​ທອງ​ບານ ພະນັກງານ​ວິຊາ​ການ​ປະຈຳ​ຢູ່​ສູນບໍລິການ​ລົດເມ​ສາທາລະນະ (ຂົວດິນ) ຂອງ​ລັດ​ວິ​ສາ​ຫະ​ກິດ​ລົດເມ ນວ ໄດ້​ກ່າວ​ວ່າ: ໂດຍ​ປະຕິບັດ​ຕາມ​ການ​ເຫັນ​ດີ​ຂອງ​ຂັ້ນ​ເທິງ ແລະ ອີງໃສ່​ບ່ອນ​ຈອດ​ລົດຊົ່ວຄາວ​ ມີ​ສະຖານທີ່​ຄັບແຄບ ດັ່ງນັ້ນ ທາງ​ລັດ​ວິ​ສາ​ຫະ​ກິດ​ລົດເມ ນວ ໄດ້​ຍົກຍ້າຍ​ສະຖານີ​ລົດເມ​ຊົ່ວຄາວ​ຢູ່ 2 ຈຸດ​ຄື: ຈຸດ​ທີ 1 ຫຼື ເອີ້ນວ່າ​ຈຸດ B ແມ່ນ​​​ຫຍັບ​ມາ​ດ້ານຂ້າງ​ເບື້ອງ​ທາງ​ອອກ​ລົດເມ​ສະຖາ​ນີ​ເກົ່າ​ແຄມ​ທາງ​ຄູ​ ວຽງ ເຊິ່ງຈຸດ​ນີ້​ໄດ້​ກຳນົດ​ເອົາ​ລົດເມ 5 ສາຍ​ທາງ​ຄື: ລົດເມ​ສາຍ​ທາງຕ່າງປະເທດ​ລາວ-ໄທ ທ່າ​ງ່ອນ ດົງ​ຄຳ​ຊ້າງ ດອນ​ປ່າ​ໃໝ່ ແລະ ດົງ​ໂດກ ເວລາ​ລົດເມ​ອອກ​ ຈະລ້ຽວ​ຂວາ​ຢູ່​ຈຸດ​ໄຟ​ແດງ ສ່ວນ​ຈຸດທີ 2 ເອີ້ນ​ວ່າ​ຈຸດ C ແມ່ນ​ຢູ່​ຈຸດເສັ້ນທາງ​ແພດສາດ​ບ່ອນ​ຈຸດ​ລົດຕຸກໆ-ຈຳ​ໂບ້​ເກົ່າ ຈຸດ​ນີ້​ມີ​ລົດເມ 9 ສາຍ​ທາງ​ຄື: ໜອງ​ແຕ່ງ ນ້ຳຊ່ວງ ເພຍ​ລາດ ປາກ​ຊາບ ທ່າເດື່ອ ໂພນ​ຕ້ອງ ທົ່ງ​ປົ່ງ ໜອງ​ທາ ແລະ ຄິວ​ລົດເມ​ສາຍ​ເໜືອ ແລະ ເວລາ​ລົດເມ​ແຕ່​ລະ​ສາຍ​ອອກ ​ກໍ່ຈະ​ລ້ຽວ​ຂວາ​ຕາມ​ເສັ້ນທາງ​ຂຶ້ນຕະຫຼອດ ໂດຍ​ລວມ​ແລ້ວ​ລົດເມແຕ່​ລະ​ສາຍ​ທາງ​ເວລາ​ອອກ​ກໍ່ລ້ຽວ​ຂວາ ແລະ ເວລາ​ເຂົ້າ​ຄິວ​ກໍ່ໃຫ້​ລ້ຽວ​ຂວາ​ຕະຫຼອດ ທັງ​ນີ້ກໍ່ເພື່ອ​ບໍ່​ໃຫ້​ມີ​ຄວາມ​ສັບສົນ​ ຈະ​ບໍ່​ໄດ້ຂ້າມ​ທາງ​ໃນ​ເວລາ​ເຂົ້າ​ຄິວ.

ສຳລັບ​ການ​ຈັດ​ສັນ​ສະຖານທີ່​ບ່ອນ​ຂາຍເຄື່ອງ​ ໃຫ້​ພໍ່ຄ້າ​ຊາວຂາຍ​ທີ່​ຂາຍ​ຢູ່​ຕາມ​ແຄມ​ທາງອອກ​ລົດເມ​ສະຖານີ​ເກົ່າ ​ເສັ້ນທາງ​ຄູ​ວຽງ​ແມ່ນ​ໄດ້​ຍົກຍ້າຍ​ໃຫ້ໄປ​ຂາຍ​ຢູ່​ຕາມ​ແຄມ​ທາງ​ຄູ​ວຽງ ເບື້ອງ​ປ້ອມ​ຕຳຫຼວດ ກົງກັນຂ້າມກັບ​ຄິວ​ລົດຊົ່ວ​ຄາວ​ຈຸ​ທີ 1 ສ່ວນພໍ່ຄ້າ​ຊາວ​ຂາຍ​ທີ່​ຂາຍເຄື່ອງ​ຢູ່ດ້ານ​ໃນ​ຂອງ​ສະຖານີ​ລົດເມ​ເກົ່າ ໃນ​ຜ່ານ​ມາ​ນັ້ນ ປັດຈຸບັນແມ່ນຍັງ​ບໍ່​ທັນ​ມີ​ສະຖານທີ່​ຮອງ​ຮັບ​ໃຫ້ເຂົາເຈົ້າ​ຂາຍ​ເທື່ອ.

ທ່ານ ວິລະ​ພອນ ຜາ​ທອງ​ບານ ຍັງ​ກ່າວ​ຕື່ມ​ວ່າ: ການ​ຍົກຍ້າຍສະຖານີ​ລົດເມ​ຊົ່ວຄາວ​ຄັ້ງ​ນີ້ ເບື້ອງ​ຕົ້ນ ກໍ່​ຄືໄລຍະ​ນີ້​ແມ່ນ​ມີຄວາມ​ສັບສົນ​ພໍ​ສົມຄວນ ​ເພາະວ່າ​ສະຖານີ​ຊົ່ວຄາວ​ແມ່ນ​ມີ​ສະຖານ​ທີ່​ຄັບແຄບ ແລະ ປະລິມານລົດ​ກໍ່​ຫຼາຍ ດັ່ງນັ້ນ ຈຶ່ງ​ໄດ້​ເອົາ​ເຈົ້າໜ້າທີ່​ຕຳຫຼວດ​ຈະລາຈອນ ແລະ ພາກສ່ວນ​ກ່ຽວຂ້ອງ ​ຍທຂ ມາຊ່ວຍ​ໃນ​ການ​ຈັດ​ສັນ​ຄວາມ​ເປັນລະບຽບ​ຮຽບ​ຮ້ອຍ ໂດຍ​ໄດ້​ຍົກຍ້າຍ​ບ່ອນ​ຈອດ​ລົດ​ຕຸກໆ-ຈຳ​ໂບ້ອອກ​ໄປ​ຢູ່​ບ່ອນ​ໃໝ່ ແລະ ບໍ່​ໃຫ້​ລົດ​ຕຸກໆ-ຈຳ​ໂບ້​ມາ​ຈອດ​ຢູ່ສອງ​ຟາກ​ຕາມ​ແຄມ​ທາງ​ຄູ​ວຽງ ຈຸດ​ບໍລິເວນ​ບ່ອນ​ຈອດ​ລົດເມ ເນື່ອງ​ຈາກ ວ່າ​ທາງ​ລັດ​ວິ​ສາ​ຫະກິດ​ລົດເມ​ ໄດ້​ນຳ​ໃຊ້​ແຄມ​ທາງຈຸດ​ດັ່ງກ່າວ​ເປັນ​ບ່ອນ​ຈອດ​ລົດເມ​ສະ​ລໍຖ້າ​ເຂົ້າ​ຄິວ ຈຶ່ງ​ບໍ່​ຢາກ​ໃຫ້ມີ​ຄວາມ​ສັບສົນ ແລະ ສ້າງຄວາມ​ບໍ່​ສະດວກ​ໃຫ້​ແກ່​ຜູ້​ບໍ​ລິການ ນອກຈາກ​ນີ້ ເສັ້ນທາງ​ທີ່ເຂົ້າ​ມາ​ແຕ່​ສະຖານທູດ​ຝຣັ່ງ ສູ່​ເສັ້ນທາງ​ຄູ​ວຽງ​ປັດຈຸບັນ ໄດ້​ເອົາ​ເສັ້ນທາງ​ດັ່ງກ່າວ​ເປັນບ່ອນ​ຄິວ​ລົດເມ​ຊົ່ວຄາວ ຖື​ວ່າ​ພາຫະ​ນະ​ຈະ​ຜ່ານ​ບໍ່​ໄດ້​ອີກ​ແລ້ວ ແຕ່ວ່າ​ຜູ້​ທີ່​ມີ​ຈຸດປະສົງ​ຈະ​ໄປ​ເສັ້ນທາງ​ຄູ​ວຽງ​ ແມ່ນ​ໃຫ້​ໄປ​ນຳ​ໃຊ້ເສັ້ນທາງ​ທີ່​ລ້ຽວ​ເຂົ້າ​ຢູ່​ບໍລິສັດ ນິວຈິບ​ເຊັງ ອັນ​ໜຶ່ງ​ອີກ​ໃນ​ປັດ​ຈຸບັນ​ນີ້​ ທາງ​ລັດ​ວິ​ສາ​ຫະ​ກິດ​ລົດເມ ນວ ກໍ່​ໄດ້​ມີ​ການ​ເອົາໃຈໃສ່​ປະຊາ​ສຳພັນ​ ຜູ້ໂດຍສານ​ໃຫ້​ມີຄວາມ​ລະມັດລະວັງ​ໃນ​ການ​ໄປມາ ​ຢູ່​ຈຸດ​ສະຖານີ​ລົດເມ​ຊົ່ວຄາວທັງ​ສອງ​ຈຸດ ເປັນຕົ້ນກໍ່​ແມ່ນການ​ຍ່າງ​ຂ້າມ​ທາງ ນອກ​ນີ້ ກໍ່ຍັງ​ແຈ້ງ​ມາ​ຍັງ​ຜູ້​ທີ່​ຈະ​ໃຊ້​ບໍລິການລົດເມ​ສາທາລະນະ​ ກໍ່​ໃຫ້​ຕິດຕາມສາຍ​ທາງ​ລົດເມ​ແລ່ນ​ຢູ່​ສອງ​ສະຖາ​ນີ​ໃຫ້​ດີ ເພື່ອ​ບໍ່​ໃຫ້​ມີ​ຄວາມ​ສັບສົນ​ການ​ບໍລິການ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...