Homeຂ່າວພາຍ​ໃນທົ່ວປະເທດ ປັກດຳເຂົ້ານາປີສຳເລັດແລ້ວ 95% ຂອງແຜນການ

ທົ່ວປະເທດ ປັກດຳເຂົ້ານາປີສຳເລັດແລ້ວ 95% ຂອງແຜນການ

Published on

farmer

ກະຊວງ​ກະສິກຳ​ ແລະ​ ປ່າ​ໄມ້​ໃຫ້​ຮູ້​ວ່າ: ການ​ຜະລິດ​ເຂົ້ານາ​ປີ​ຂອງ​ປະ​ເທດ​ເຮົາ​ໃນ​ປີ​ນີ້ເຖິງວ່າ ຈະມີຄວາມຫຼ້າຊ້າກວ່າລະດູການຍ້ອນຝົນມາຊ້າ, ແຕ່ມາ​ຮອດ​ທ້າຍເດືອນສິງຫານີ້ທົ່ວ​ປະ​ເທດ​ສາມາດ​ປັກດຳໄດ້​​ແລ້ວ​ຫຼາຍ​ກວ່າ 748 ພັນເຮັກຕາ, ​ເທົ່າ​ກັບ 95%, ຂອງ​ເນື້ອ​ທີ່​ແຜນການ 787.580 ເຮ​ັກຕາ. ໃນ​ນັ້ນພາກເໜືອປະຕິບັດໄດ້ 96%, ພາກກາງ 95%, ພາກໃຕ້ 94%, ສ່ວນແຂວງທີ່ປັກດຳສຳເລັດ 100% ມີ: ຫຼວງນ້ຳທາ, ໃນເນື້ອທີ່ 11.228 ເຮັກຕາ, ອຸດົມໄຊ  15.264 ເຮັກຕາ, ແຂວງວຽງຈັນ 53 ພັນ ເຮັກຕາ ແລະ ສະຫວັນນະເຂດ 182.244 ທຽບ​ໃສ່​​ປີຜ່ານມາ​​ເຫັນ​ວ່າການ​ຜະລິດນາປີປີນີ້ຍັງຢູ່ໃນເກນປົກກະຕິດີ ແລະ ຄາດຈະສຳເລັດສົມບູນກາງ ເດືອນກັນຍານີ້ເຊັນດຽວກັບປີຜ່ານມາ ແລະ ຄາດວ່າຈະສຳເລັດ ຕາມເນືອທີ່ແຜນການທີ່ວາງໄວ້ຂະນະທີ່ຂະແໜງກະສິກຳກໍໄດ້ນຳສົ່ງພະນັກງນວິຊາການຂອງຕົນລົງຊ່ວຍ ແລະ ໃຫ້ຄວາມຮູ້ແກ່ກະສິກອນໃນການດ້ານການຕ້ານແລ້ງ, ຕ້ານຖ້ວມ ແລະ ການບົວລະບັດຮັກສາ, ເພື່ອສາມາດຍົກສະມັດຕະພາບການຜະລິດໃຫ້ສູງຂຶ້ນ, ຂະນະດຽວກັນນັ້ນກໍສຸມໃສ່ຊຸກຍູ້ກະສິກອນໃນເຂດທີ່ປັກດຳບບໍ່ທັນແລ້ວໃຫ້ໄດ້ດຳເນີນໄປທວງທັນການລະດູການ.

ກະຊວງກິສິກຳໃຫ້ຮູ້ອີກວ່າ: ສຳລັບການປູກພືດລະດູຝົນປີນີ້ກໍດຳເນີນໄປຢ່າງເປັນຂະບວນຟົດຟື້ນ, ມາຮອດວັນທີ 31 ສິງຫານີ້ກະສິກອນທົ່ວປະເທດສາມາດປູກພືດຊະນິດຕ່າງໆ ໄດ້ແລ້ວຫຼາຍ ກວ່າ 61 % ຂອງເນື້ອທີ່ແຜນການ, ສ່ວນພືດທີ່ນິຍົມກັນປູກ ຫຼາຍໃນປີນີ້ກໍຍັງແມ່ນ: ສາລີ, ມັນຕົ້ນ, ໝາກໂມ, ພືດຕະກຸນຖົ່ວ ແລະ ພືດຜັກຕ່າງ ແລະ ສັງເກດ ເຫັນວ່າການປູກຜັກໜູນວຽນຂອງກະສິກອນປະເທດເຮົາແມ່ນສາມາດຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງຕະຫຼາດພາຍໃນໄດ້ເປັນຢ່າງດີ,ໂດຍສະເພາະປະເພດພືດຜັກຕ່າງໆ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...