spot_img
Homeຂ່າວຕ່າງປະເທດກຳປູເຈຍເຜີຍ ບໍລິສັດອິນເດຍຍົກເລີກແຜນສ້າງຜາສາດຈຳລອງ ຮຽນແບບນະຄອນວັດແລ້ວ!

ກຳປູເຈຍເຜີຍ ບໍລິສັດອິນເດຍຍົກເລີກແຜນສ້າງຜາສາດຈຳລອງ ຮຽນແບບນະຄອນວັດແລ້ວ!

Published on

CAMBODIA-TOURISM-ANGKOR WAT

ສຳນັກຂ່າວຕ່າງປະເທດລາຍງານວ່າ ໂຄສົກກະຊວງການຕ່າງປະເທດກຳປູເຈຍ ໄດ້ເປີດເຜີຍໃນມື້ວັນທີ 8 ກັນຍາຜ່ານມານີ້ ກ່ຽວກັບບໍລິສັດ Mahavir Mandir ຂອງອິນເດຍ ມີແຜນການຈະກໍ່ສ້າງຜາສາດຈຳລອງຄ້າຍຄືກັບຜາສາດຫີນນະຄອນວັດຂອງກຳປູເຈຍນັ້ນ ລັດຖະບານອິນເດຍໄດ້ແນະນຳໃຫ້ບໍລິສັດດັ່ງກ່າວ ປ່ຽນແປງຮູບແບບ ແລະ ໂຄງສ້າງຈາກແຜນເດີມແລ້ວ ເພື່ອຫລີກລ່ຽງບໍ່ໃຫ້ເປັນການຮຽນແບບຜາສາດຫີນນະຄອນວັດຂອງກຳປູເຈຍ.

ທັງນີ້ ບໍລິສັດ Mahavir Mandir ມີແຜນຈະສ້າງຜາສາດຫີນຈຳລອງຂຶ້ນພາຍໃນປະເທດອິນເດຍ  ຊຶ່ງລັກສະນະຄ້າຍຄືກັບຖອດແບບອອກມາຈາກຜາສາດຫີນນະຄອນວັດ ເຮັດໃຫ້ລັດຖະບານກຳປູເຈຍທຳການປະທ້ວງຜ່ານທາງການທູດ ເພື່ອກົດດັນລັດຖະບານອິນເດຍ ກ່ຽວກັບຄວາມພະຍາຍາມດັ່ງກ່າວ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...