Homeຂ່າວຕ່າງປະເທດໄທຄາດສົ່ງອອກອາຫານປີນີ້ຫລຸດລົງ 2% ແລະ ຕັ້ງເປົ້າປີໜ້າຍອດມູນຄ່າບັນລຸ 1000 ຕື້ບາດ!

ໄທຄາດສົ່ງອອກອາຫານປີນີ້ຫລຸດລົງ 2% ແລະ ຕັ້ງເປົ້າປີໜ້າຍອດມູນຄ່າບັນລຸ 1000 ຕື້ບາດ!

Published on

EyWwB5WU57MYnKOuXq9I3riRdnk4GKz51PV3uDyM2quiN8T5jf5jFQ

ສຳນັກຂ່າວໄທຣັດລາຍງານໃນວັນທີ 10 ກັນຍານີ້ວ່າ ທ່ານ ຍົງວຸດ ສາວພຶກ ຜູ້ອຳນວຍການສະຖາບັນອາຫານຂອງໄທ ໄດ້ເປີດເຜີຍແນວໂນ້ມການສົ່ງອອກສິນຄ້າອາຫານຂອງປະເທດໃນປີນີ້ ຄາດວ່າຈະມີມູນຄ່າ 900 ຕື້ບາດ ຫລຸດລົງຈາກປີກາຍ 1.7% ທີ່ມີມູນຄ່າການສົ່ງອອກ 915 ຕື້ບາດ ເນື່ອງຈາກປະສົບກັບໄພພິບັດທາງທຳມະຊາດ ເຮັດໃຫ້ປະລິມານການຜະລິດຫລຸດລົງ ແລະ ຄາດວ່າໃນປີໜ້ານີ້ ຍອດມູນຄ່າການສົ່ງອອກຈະເພີ່ມຂຶ້ນ 8-9% ບັນລຸ 1000 ຕື້ບາດ.

ທັງນີ້ ສະຖາບັນອາຫານຂອງໄທ ໄດ້ຕັ້ງເປົ້າໝາຍສົ່ງອອກສິນຄ້າອາຫານໃຫ້ໄດ້ 1300 ຕື້ບາດ ພາຍໃນປີ 2017 ແລະ ຈະຍົກລະດັບມາດຕະຖານສິນຄ້າອາຫານຂອງໄທໃຫ້ໄດ້ມາດຕະຖານລະດັບສາກົນ ພາຍໃນປີ 2019 ເພື່ອໃຫ້ຕະຫລາດໃນທົ່ວໂລກຍອມຮັບອີກດ້ວຍ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...