spot_img
Homeຄວາມງາມເຄັດລັບເບິ່ງແຍງຜິວຮອບເລັບ

ເຄັດລັບເບິ່ງແຍງຜິວຮອບເລັບ

Published on

   27_201508241555261.

ສາວໆຫລາຍ​ຄົນ​ຄົງ​ປະ​ສົບ​ບັນຫາ​ກັບຜິວ​ໜັງ​ຂ້າງ​ເລັບ​ຫລຸດ​ລອກ​ເປັນ​ຂຸຍ ຈົນ​ກໍ່​ໃຫ້​ເກີດ​ບັນຫາ ເພາະ​ບາງ​ຄົນ​ເຫັນ​ແລ້ວ​ຄັນແຂ້ວ​ອົດ​ບໍ່​ໄດ້​ຕ້ອງ​ລອກ​ດຶງ​ອອກເຮັດ​ໃຫ້ເປັນບາດ​ນ້ອຍ​ໆແສບໆຄັນໆ
ບັນຫາ​ຜິວ​ຂ້າງ​ເລັບ​ລອກ ເປັນ​ເພາະ​ຮ່າງກາຍ​ຂາດ​ນ້ຳ ເຮັດໃຫ້​ຜິວ​ແຫ້ງບໍ່​ໄດ້ຮັບ​ການ​ດູແລຮັກສາແລະ​ບໍ່​ຄ່ອຍ​ທາ​ຄີມ​ບຳ​ລຸງ ອີກສ່ວນໜຶ່ງ​ສາ​ເຫດເກີດ​ຈາກ​ການ​ເປັນ​ພູ​ມ​ແພ້​ມັກ​ຈະ​ເຮັດໃຫ້​ຜູ້​ປ່ວຍ​ບໍ່​ຄ່ອຍ​ມີ​ຜິວ​ໜັງ​ອ້ອມຮອບ ເມື່ອ​ຮູ້​ຕົ້ນ​ເຫດ​ຂອງ​ບັນຫາ ເຮົາ​ກໍ​ຕ້ອງ​ເບິ່ງແຍງ​ໃຫ້​ຖືກ​ວິທີ​ດື່ມ​ນ້ຳ​ໃຫ້​ພຽງ​ພໍ​ຕໍ່​ຄວາມ​ຕ້ອງ​ການ​ຂອງ​ຮ່າງກາຍ​ໃນ​ແຕ່​ລະ​ມື້ 6-8 ແກ້ວ ແລະ ​ໝັ່ນ​ທາ​ຄີມ​ບຳ​ລຸງ​ມື​ແລະ​ເລັບ​ທຸກ​ເທື່ອ​ທີ່​ມື​ປຽກ​ນ້ຳ ແລະ​ຫາກ​ເປັນ​ໄປ​ໄດ້​ບໍ່​ຄວນ ສຳ​ຜັດ​ກັບ​ແຟັບຫລື​ນ້ຳ​ຢາ​ລ້າງ​ຈານ​ໂດຍ​ກົງ ຄວນ​ສວມ​ຖົງ​ມື ເພາະ​ຈະ​ເຮັດໃຫ້​ຜິວ​ໜັງ​ຍິ່ງ​ແຫ້ງ​ຫລາຍ​ຂຶ້ນແລະ​ຢ່າ​ລືມ​ເບິ່ງແຍງ​ມືຄູ່​ງາມ​ຂອງ​ເຈົ້າ​ໃຫ້​ນຸ່ມ​ນວນ​ແລະ​ໜ້າ​ສຳ​ຜັດ​ຢູ່​ສະເໝີ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...