spot_img
Homeຂ່າວຕ່າງປະເທດເຮືອຜູ້ອົບພະຍົບຫລົ້ມບໍລິເວນຊາຍຝັ່ງຕວກກີ ເສຍຊີວິດຢ່າງໜ້ອຍ 22 ຄົນ ຫລັງພະຍາຍາມເດີນທາງໄປເກຣັກ

ເຮືອຜູ້ອົບພະຍົບຫລົ້ມບໍລິເວນຊາຍຝັ່ງຕວກກີ ເສຍຊີວິດຢ່າງໜ້ອຍ 22 ຄົນ ຫລັງພະຍາຍາມເດີນທາງໄປເກຣັກ

Published on

558000010812001

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກັນຍານີ້ວ່າ ເກີດເຫດເຮືອຊາວອົບພະຍົບຫລົ້ມ ຢູ່ບໍລິເວນນອກຊາຍຝັ່ງດ້ານຕາເວັນຕົກສຽງໃຕ້ຂອງປະເທດຕວກກີ ໃນມື້ນີ້ (15 ກັນຍາ) ສົ່ງຜົນເຮັດໃຫ້ມີຜູ້ຈົມນ້ຳເສຍຊີວິດຢ່າງໜ້ອຍ 22 ຄົນ ແລະ ໜ່ວຍຍາມຊາຍຝັ່ງຂອງຕວກກີ ສາມາດຊ່ວຍຊີວິດຜູ້ອົບພະຍົບໄດ້ 211 ຄົນ ໂດຍບັນດາຜູ້ອົບພະຍົບດັ່ງກ່າວນີ້ ແມ່ນເດີນທາງອອກຈາກເມືອງດັດກາ ທາງພາກຕາເວັນຕົກສຽງໃຕ້ຂອງຕວກກີ ຊຶ່ງມີຈຸດມຸ່ງໝາຍເດີນທາງເຂົ້າສູ່ປະເທດເກຣັກ ແຕ່ເກີດເຫດເຮືອຫລົ້ມເສຍກ່ອນ ໂດຍແຫລ່ງຂ່າວຍັງບໍ່ທັນລະບຸເຖິງສັນຊາດຂອງຜູ້ອົບພະຍົບກຸ່ມນີ້ເທື່ອ.

 

ບົດຄວາມຫຼ້າສຸດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...