spot_img
Homeຂ່າວຕ່າງປະເທດນາຍົກອີຢິບຂໍໂທດ ຫລັງທະຫານເຂົ້າໃຈຜິດ ຍິງລົດນັກທ່ອງທ່ຽວແມັກຊິກເສຍຊີວິດ

ນາຍົກອີຢິບຂໍໂທດ ຫລັງທະຫານເຂົ້າໃຈຜິດ ຍິງລົດນັກທ່ອງທ່ຽວແມັກຊິກເສຍຊີວິດ

Published on

EyWwB5WU57MYnKOuXq8EJXkR2bREOymEfrDifWEmagdr6lLljMIT9d

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກັນຍານີ້ວ່າ ທ່ານ ອິບຣາຮິມ ມາຫລັບ ນາຍົກລັດຖະມົນຕີແຫ່ງປະເທດອີຢິບ ໄດ້ໂທລະສັບເຖິງເອກອັກຄະລັດຖະທູດແມັກຊິກ ປະຈຳນະຄອນຫລວງໄຄໂຣ ປະເທດອີຢິບ ເພື່ອຂໍໂທດຕໍ່ກັບເຫດການທີ່ທະຫານອີຢິເຂົ້າໃຈຜິດ ຍິງລົດນັກທ່ອງທ່ຽວ 4 ຄັນ ໃນຂະນະທີ່ເຂົ້າໄປທ່ອງທ່ຽວຢູ່ເຂດທະເລຊາຍຕາເວັນຕົກຂອງອີຢິບ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 12 ຄົນ ຊຶ່ງໃນນັ້ນແມ່ນເປັນນັກທ່ອງທ່ຽວຊາວແມັກຊິກ 8 ຄົນ ແລະ ຊາວອີຢິບ 4 ຄົນ.

ທັງນີ້ ເຫດສະຫລົດດັ່ງກ່າວ ເກີດຂຶ້ນໃນລະຫວ່າງກອງກຳລັງຄວາມໝັ້ນຄົງຂອງອີຢິບ ກຳລັງໄລ່ຕິດຕາມກຸ່ມນັກຮົບຕິດອາວຸດໃນເຂດດັ່ງກ່າວ ກ່ອນທີ່ຈະພົບຍານພາຫະນະ 4 ຄັນ ຢູ່ຫາກຈາກຖະໜົນຫລັກ ຈຶ່ງໄດ້ເປີດສາກໂຈມຕີໂດຍບໍ່ຮູ້ວ່າເປັນລົດຂອງນັກທ່ອງທ່ຽວ.

 

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...