spot_img
Homeຂ່າວພາຍ​ໃນລາຄາສິນຄ້າຢູ່ທ້ອງຕະຫລາດ ນະຄອນຫຼວງວຽງຈັນ ສືບຕໍ່ເໜັງຕີງແພງຂຶ້ນ!

ລາຄາສິນຄ້າຢູ່ທ້ອງຕະຫລາດ ນະຄອນຫຼວງວຽງຈັນ ສືບຕໍ່ເໜັງຕີງແພງຂຶ້ນ!

Published on

vegetable

ປັດຈຸບັນລາຄາສິນຄ້າປະເພດເຄື່ອງບໍລິໂພກເຊັ່ນ: ຊີ້ນ, ປາ ແລະ ພືດຜັກຕ່າງໆທີ່ນຳມາວາງຂາຍຢູ່ຕາມຕະຫຼາດ ຕ່າງໆໃນນະຄອນຫຼວງວຽງຈັນມີສະພາບການເໜັງຕີງແພງຂຶ້ນ ໂດຍສະເພາະແມ່ນສັດນ້ຳທຳມະຊາດ, ຜັກບາງ ຊະນິດ ແລະ ອື່ນໆ.

ຜ່ານການລົງຕິດຕາມສະພາບລາຄາຊີ້ນ, ປາ, ອາຫານ ແລະ ພືດ, ຜັກຕ່າງໆຂອງນັກຂ່າວພວກເຮົາໃນວັນທີ 13 ກັນຍານີ້ຢູ່ຕາມຕະຫຼາດສະພານທອງ, ຂົວດິນ, ຄ້່ອຍໄຟຟ້າ ໂພນຕ້ອງ ແລະ ຕະຫຼາດໂພນສະຫວ່າງ ເຫັນວ່າລາຄາສິນຄ້າມີການເໜັງຕີງເພີ່ມຂຶ້ນເລັກໜ້ອຍ ເຊັ່ນ: ຊີ້ນງົວ 75-85 ພັນກີບ/ກິໂລ, ຊີ້ນໝູ 35-40 ພັນກີບ/ກິໂລ, ປານິນກະຊັງ 20-22 ພັນກີບ/ກິໂລ, ( ປາດຸກ, ປາຄໍ່, ອ່ຽນ ແລະ ກົບທຳມະຊາດ 70-90 ພັນກີບ/ກິໂລ), ເປັດ, ໄກ່ 35-45 ພັນກີບ/ກິໂລ, ສ່ວນພືດຜັກຕ່ງໆກໍມີລາຄາແພງຂຶ້ນເຊັ່ນ: ຫອມບົ່ວລາຄາສະເລ່ຍ 15-18 ພັນກີບຕໍ່ກິໂລ, ຫອມ ປ້ອມ ລາຄາສະເລ່ຍ 35-40ພັນກີບຕໍ່ກິໂລ, ໝາກເຜັດລາຄາສະເລ່ຍ 30-35 ພັນກີບຕໍ່ກິໂລ, ໝາກເຫລັ່ນກິໂລລະ 8-10 ພັນກີບ, ໝາກນາວ ກິໂລລະ 8-10 ພັນກີບ ແລະ ພືດຜັກ ອື່ນໆ, ເນື່ອງຈາກໄລຍະນີ້ ໄດ້ເລີ່ມເຂົ້າສູ່ທ້າຍລະດູຝົນຈະບໍ່ຄອຍເອື້ອອຳນວຍໃຫ້ແກ່ການປູກພືດຕາມລະດູການ ຈຶ່ງເຮັດໃຫ້ສິນຄ້າປະເພດພືດຜັກບາງຊະນິດມີລາຄາແພງ, ແຕ່ຄາດວ່າໝົດໜ້າຝົນລາຄາສິນຄ້າປະເພດດັ່ງກ່າວຈະຄ່ອຍຫຼຸດລົງ, ສ່ວນລາຄາຊີ້ນປາທີ່ແພງຂຶ້ນນັ້ນແມ່ນຖືວ່າເປັນໄປຕາມກົນໄກຕະຫຼາດເພາະ ວ່າລາຄາມີການປ່ຽນແປງຢູ່ຕະຫຼອດເວລາ ຕົວຢ່າງໄລຍະໃດສິນຄ້າປະເພດຊີ້ນປາມີຈຳນວນຫຼາຍ ລາຄາກໍຈະຖືກລົງເຊັ່ນດຽວກັບລາຄາພືດຜັກ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...