Homeຂ່າວຕ່າງປະເທດຫວຽດນາມ-ຍີ່ປຸ່ນ ເພີ່ມທະວີການຮ່ວມມື ດ້ານຄວາມໝັ້ນຄົງ

ຫວຽດນາມ-ຍີ່ປຸ່ນ ເພີ່ມທະວີການຮ່ວມມື ດ້ານຄວາມໝັ້ນຄົງ

Published on

400.58000010852201

ຂປລ.ຕາມ ​ຂ່າວ​ຕ່າງປະ​ເທດ, ​ໃນ​ວັນ​ທີ 16 ກັນຍາ 2015, ຫວຽດນາມ ​ແລະ ຍີ່ປຸ່ນ ຈະ​ເພີ່ມ​ຄວາມຮ່ວມມື ດ້ານຄວາມໝັ້ນຄົງ ໂດຍ ຍີ່ປຸ່ນ ຈະມອບກຳປັ່ນ ໃຫ້ແກ່ ຫວຽດນາມ ເພື່ອນຳໃຊ້ໃນ ການລາດຕະເວນ ທາງທະເລ. ນອກນີ້ ຍີ່ປຸ່ນ ຍັງຈະຂະຫຍາຍ ຄວາມຊ່ວຍເຫລືອ ເພື່ອການພັດທະນາ ​ໃນມູນຄ່າ 28,6 ຕື້ເຢັນ ໃຫ້ຫວຽດນາມ ເພື່ອໃຊ້ ໃນການສ້າງ ໂຮງໝໍ ໃນນະຄອນ ໂຮ່ຈີມິງ ແລະ ມີ ແຜນຈະມອບ ເຄື່ອງຊ່ວຍເຫລືອ ເພື່ອການພັດທະນາ ເພີ່ມຂຶ້ນອີກ 100 ຕື້ເຢັນ ສຳລັບໂຄງສ້າງ ພື້ນຖານ ດ້ານຄົມມະນາຄົມ.

ການ​ຮ່ວມມື ​ຄັ້ງນີ້ ​ໄດ້​ມີ​ຂຶ້ນ​ ຫລັງ​ຈາກ ທ່ານ ຫງວຽນ ຟູ​ຈອງ ​ເລ​ຂາ​ທິການ​ໃຫຍ່​ ພັກ​ກອມ​ມູນິດ​ ຫວຽດນາມ ​ແລະ ທ່ານ ຊິນ​ໂຊ ອາ​ເບະ, ນາຍົກ ລັດຖະມົນຕີ ຍີ່ປຸ່ນ​ ໄດ້​ຮ່ວມ​ກັນ ຖະ​ແຫລ​ງ ຂ່າວ​ ​ຜົນສຳ​ເລັດ​ ການ​ຮ່ວມ​ມື​ ຢູ່​ນະຄອນຫລວງ​ໂຕ​ກ່ຽວ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...