spot_img
Homeຂ່າວເຫດການກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ​ປິດ​ລົງ​ດ້ວຍ​ຜົນສຳ​ເລັດຈົບງາມ

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ​ປິດ​ລົງ​ດ້ວຍ​ຜົນສຳ​ເລັດຈົບງາມ

Published on

DSC_6758.15.09.15.1

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ໄດ້​ປິດ​ລົງ​ດ້ວຍ​ຜົນສຳ​ເລັດ​ຢ່າງ​ສະຫງ່າ​ງາມ ພາຍຫລັງ​ດຳ​ເນີນ​ມາ​ເປັນ​ເວລາ 1 ວັນ​ເຄິ່ງ, ​ໂດຍ​ການ​​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິ ການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ພ້ອມ​ດ້ວຍ​ສະມາ ຊິກ​ພັກ​ພາຍ​ໃນ​ກະຊວງ​ດັ່ງກ່າວເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

ກອງ​ປະຊຸມ ​ໄດ້​ພ້ອມ​ກັນ​ຕີ​ລາຄາ​ຢ່າງ​ເລິກ​ເຊິ່ງຮອບດ້ານ ​ແລະ ຮັບ​ຮູ້​ເປັນ​ເອກ​ກະພາບ​ຢ່າງ​ສົມບູນ​ຕໍ່​ການ​ເຄື່ອນ​ໄຫວ​ຊີ້​ນຳ-​ນຳພາ​ຂອງ​ອົງຄະ​ນະ​ພັກກະຊວງຂອງ​ຕົນ​ຕະຫລອດ​ໄລຍະ 5 ປີຜ່ານ​ມາ, ​ເຫັນ​ໄດ້​ຈຸດ​ດີ ​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ​ ​ແລະ ຈຸດ​ອ່ອນ​ຂໍ້ຄົງ​ຄ້າງທີ່​ຈະ​ໄດ້​ປັບປຸງ​ແກ້​ໄຂ, ຖອດ​ຖອນ​ບົດຮຽນ​ທີ່​ເປັນ​ຜົນ​ປະ​ໂຫຍ​ດ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ນຳພາ​ຂອງ​ຄະນະ​ພັກ​ຕໍ່​ໄປ ພ້ອມ​ນີ້​ກອງ​ປະຊຸມ​ຍັງ​ໄດ້ ​ເປັນ​ເອກ​ກະພາບ​ຮັບຮອງ​ເອົາ​ທິດ​ທາງ​ແຜນການ ​ແລະ ຄາດໝາຍ​ສູ້​ຊົນ ​ໃນ​ 5 ປີ​ຕໍ່ໜ້າ (2016-2020) ​ແລະ ​ໄດ້ປ່ອນ​ບັດ​ຄັດ​ເລືອ​ກ​ເອົາ​ຄະນະ​ບໍລິຫານ​ງານ​ພັກຊຸດ​ໃໝ່ ຈຳນວນ 15 ສະຫາຍ, ຍິງ 3 ສະຫາຍ, ຈາກ​ຜູ້​ສະໝັກ​ເລືອກຕັ້ງ 19 ສະຫາຍ ​ແລະ ​ໄດ້​ເປັນ​ເອກ​ກະພາບ​ກັນ​ເລືອກ​ເອົາ ສະຫາຍ ສະ​ເຫລີ​ມ​ໄຊ ກົມມະ​ສິດ ​ເປັນ​ເລຂາຄະ​ນະ​ພັກ, ສະຫາຍ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ​ ​ເປັນ​ຮອງ​​ເລຂາ​ຄະນະ​ພັກ, ສະຫາຍ ນາງ​ຄຳ​ເພົາ ​ເອີນ​ທະ​ວັນ ​ເປັນ​ປະທານ​ກວດກາ​ພັກ, ສະຫາຍ ນາງ ວຽງ​ສະຫວັນ ສີ​ປະ​ເສີດ ​ແລະ ສະຫາຍ ສົງການ ຫລວງ​ມຸນິນ​ທອນ ​ເປັນ​ຮອງ​ປະທານ​ກວດກາ​ພັກ, ພ້ອມ​ນີ້ ກອງ​ປະຊຸມ ຍັງ​ໄດ້​ປ່ອນ​ບັດ​ເອົາ​ຜູ້​​ແທນ​ເຂົ້າ​ຮ່ວມ​ກອງປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ຈຳນວນ 5 ສະຫາຍ ​ແລະ ສຳຮອງ 2 ສະຫາຍ.

ໃນ​ໂອກາດ​ອັນ​ສະຫງ່າ​ລາສີ​ນີ້, ສະຫາຍ ​ເລຂາທິການ​ໃຫຍ່ ຈູມ​ມາລີ ​ໄຊ​ຍະ​ສອນ, ​ໄດ້​ໃຫ້​ກຽດ​ໂອ​ລົ້ມ ​ແລະ ​ໃຫ້​ທິດ​​ເຍືອງ​ທາງ, ​ເຊິ່ງສະຫາຍ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ການ​ຊີ້​ນຳ-ນຳພາ​ຂອງ​ຄະນະ​ພັກ​ຊຸ​ດ​ເກົ່າ ​ແລະ ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ກໍ​ຄືກ​ານປະຕິບັດ​ໜ້າ​ທີ່​ການ​ທູດຂອງ​ຕົນ ​ໄດ້​ຮັບ​ຜົນສຳ​ເລັດ ຕະຫລອດ​ໄລຍະ 5 ປີ ຜ່ານ​ມາ, ຄຽງ​ຄູ່​ກັນ ສະຫາຍ​ເລຂາທິການ​ໃຫຍ່ ຍັງ​ໄດ້​ໃຫ້​ທິດ​ຊີ້​ນຳ​ຄະນະ​ພັກ​ຊຸດ​ໃໝ່ ຈົ່ງ​ອອກ​ແຮງ​ແຂງ​ຂັນ ​ແລະ ​ເອົາ​ໃຈ​ໃສ່​ດ້ວຍ​ຄວາມ​ຮັບຜິດຊອບ ​ເພື່ອ​​ເສີມ​ຂະຫຍາຍ​ຜົນສຳ​ເລັດ​ ​ແລະ ​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງຕ່າງໆ​ໃນ​ຜ່ານ​ມາ ​ເພື່ອ​ເຮັດ​ໃຫ້ການ​ຊີ້​ນຳໆ​ພາ​ໃນ​​ຕໍ່ໜ້າ​ດີຂຶ້ນກ​ວ່າ​ເກົ່າ, ພ້ອມ​ທັງ​ຈັດ​ຕັ້ງ​ປະຕິບັດ​ບັນດາ​ທິດ​ທາງ ​ແລະ ​ແຜນ​ການ​ທີ່​ວາງ​ອອກ​ໃຫ້​ມີ​ຜົນສຳ​ເລັດ​ສູງ, ​​ເອົາ​ໃຈ​ໃສ່ເຊີດ​ຊູ​ພາລະ​ບົດ​ບາດ ​ແລະ ​ຄວາມ​ສາມາດ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ວິຊາ​ສະ​ເພາະ​ຂອງ​ຂະ​ແໜງ​ການ​ຕ່າງປະ​ເທດ​ໃຫ້​ສູງ​ຂຶ້ນ​ ​ໂດຍ​ຍຶດໝັ້ນ​ໃນ​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ໄປ​ຄຽງ​ຄູ່​ກັບການ​ປັບປຸງ​ໃຫ້​ສອດຄ່ອງ​ກັບ​ສະພາບ​ແຕ່ລະ​ໄລຍະ, ​ເພີ່ມ​ທະວີ​ວຽກ​ງານ​ການ​ຄົ້ນ​  ຄ້ວາ-ວິ​ໄຈ​ສະພາບ​ການ​ສາກົນ ​ແລະ ວາງ​ແຜນ​ຍຸດ​ທະ​ສາດ ​ເພື່​ອ​ເປັນ​ເສ​ນາ​ທິການ​ດ້ານ​ການ​ຕ່າງປະ​ເທດ​ໃຫ້​ພັກ-ລັດ ຢ່າງ​ມີ​ປະສິດທິ​ຜົນ, ​ເປັນ​ເຈົ້າ​ການ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ໃຫ້​ລວມສູນ, ​ເປັນ​ເອກ​ກະພາບ ​ແລະ ຜ່ານ​ປະຕູ​ດຽວ ສົມທົບ​ກັບ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ຢ່າງ​ກົມກຽວ, ​ເພີ່ມ​ທະວີ​ການ​ເຄື່ອນ​​ໄຫວ​ການ​ທູ​ດດ້ານ​​ເສດຖະກິດ​ຕາມ​ທິດ​ສັງຄົມ​ນິຍົມ, ​ແນ​ໃສ່​ເສີມ​ຂະຫຍາຍພາລະ​ບົດ​ບາດ​ ​ແລະ ອິດ​ທິພົນ​ຂອງ​ພັກ ​ແລະ ລັດ​ເຮົາ​ໃຫ້​ສູງ​ເດັ່ນ​ຂຶ້ນ ​ໃນ​ພາກ​ພື້ນ ​ແລະ ສາກົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສືບ​ຕໍ່​ຂົນຂວາຍ​ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ຈາກ​ຕ່າງ​ປະ​ເທດ​ຕ່າງໆ, ອົງການ​ຈັດ​ຕັ້ງ​ ​ແລະ ສະ​ຖາ​ບັນ​ການ​ເງິນ​ສາກົນ, ສືບ​ຕໍ່​ພົວພັນ​ກັບ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ ​ເພື່ອ​ອ່ວຍ​ໜ້າ​ມາສະ​ໜັບສະ​ໜູນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ພັດທະ​ນາ​ປະ​ເທດ​ຊາດ, ​ເພີ່ມ​ທະວີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຍີ ຂໍ້​ມູນ​ຂ່າ​ວສານ​ເຂົ້າ​ຮັບ​ໃຊ້​ວຽກງານ​ຕ່າງປະ​ເທດ ​ເພື່ອ​ເຜີຍ​ແຜ່​ໂຄສະນາ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ຜົນສຳ​ເລັດ​ໃນ​ການ​ພັດທະນາ​ລາວ​ເຮົາ ​ເພື່ອ​ກະກຽມ​ການ​ເຂົ້າ​ເປັນ​ປະຊາ​ຄົມ​​ເສດຖະກິດ​ອາ​ຊຽນ​ໃນ​ທ້າຍ​ປີ 2015 ​ແລະ ກຽມພ້ອມ​ເປັນ​ປະທານ​ອາຊຽນ ​ໃນ​ປີ 2016 ​ໃຫ້​ປະສົບຜົນສຳ​ເລັດ​ຢ່າງ​ຈົບງາມ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...