spot_img
Homeຂ່າວພາຍ​ໃນຈຳປາສັກເປີດໂປງ ສາເຫດເກັບລາຍຮັບບໍ່ໄດ້ຕາມແຜນ

ຈຳປາສັກເປີດໂປງ ສາເຫດເກັບລາຍຮັບບໍ່ໄດ້ຕາມແຜນ

Published on

Laopost

9 ເດືອນສົກປີນີ້ ອາກອນແຂວງຈຳປາສັກເກັບລາຍຮັບໄດ້ພຽງ 78%, ສາເຫດຍ້ອນແຜນສູ້ຊົນເກັບລາຍຮັບສູງ, ສະຕິໃນການປະຕິບັດພັນທະຂອງຜູ້ປະກອບການ, ຫົວໜ່ວຍທຸລະກິດຍັງບໍ່ສູງ ແລະ ບັນຫາອື່ນໆ.
ທ່ານ ສຳລີ ວົງພະຈັນ ຫົວໜ້າພະແນກສ່ວຍສາອາກອນແຂວງຈຳປາສັກ ໄດ້ໃຫ້ສຳພາດໃນວັນທີ 9 ກັນຍາ 2015 ຜ່ານມາວ່າ: 9 ເດືອນສົກປີ 2014-2015 ພະແນກ ສ່ວຍສາອາກອນແຂວງສາມາດເກັບລາຍຮັບ ເຂົ້າງົບປະມານໄດ້ 382,12 ຕື້ກີບ,ຖ້າທຽບໃສ່ແຜນການປີເທົ່າກັບ 59%,ທຽບໃສ່ແຜນການ 9 ເດືອນເທົ່າກັບ 78% (ຫຼຸດລົງ 104 ຕື້ກີບ) ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 14,82%. ສຳລັບສາເຫດທີ່ພາໃຫ້ ການຈັດເກັບລາຍຮັບບໍ່ໄດ້ຕາມແຜນ  ໜຶ່ງແຜນສູ້ຊົນເກັບລາຍຮັບປີນີ້ສູງກະໂດດຂັ້ນ 648,9 ຕື້ກີບໃນຕົ້ນປີ ມາຮອດທ້າຍປີປັບຂຶ້ນອີກເປັນ 654,83 ຕື້ກີບ ເຊິ່ງຖ້າທຽບໃສ່ຖານຂໍ້ມູນລາຍຮັບທີ່ເຮົາມີແມ່ນສູງ , ບັນດາລະບຽບການ ແລະ ນິຕິກຳຕ່າງໆທີ່ໃຊ້ເປັນເຄື່ອງມືໃນການເກັບລາຍຮັບ ແມ່ນມີຄົບຖ້ວນພໍສົມຄວນແຕ່ວ່າ ບັນຫາກົນໄກການຈັດຕັ້ງປະຕິບັດ ການເກັບລາຍຮັບຍັງບໍ່ທັນຮັດກຸມ ແລະ ກວ້າງຂວາງເທົ່າທີ່ຄວນ ເປັນຕົ້ນ ສະຕິໃນການປະຕິບັດພັນທະອາກອນ ຂອງຜູ້ປະກອບການ, ຫົວໜ່ວຍທຸລະກິດຍັງບໍ່ທັນສູງ, ການນຳໃຊ້ໃບເກັບເງິນ,ການຖືບັນຊີ ເຊັ່ນ:ມີນາຍບັນຊີປະຈຳ, ມີການຈົດກ່າຍລາຍຮັບ-ລາຍຈ່າຍ ຖືກຕ້ອງມີໜ້ອຍ ເຮັດໃຫ້ລາຍຮັບຮົ່ວໄຫຼ. ປັດຈຸບັນຫົວໜ່ວຍທຸລະກິດ ທີ່ເປັນຖານລາຍຮັບທົ່ວແຂວງມີ 6.669 ຫົວໜ່ວຍ, ໃນນັ້ນຫົວໜ່ວຍທີ່ຖືລະບົບບັນຊີຖືກຕ້ອງ ຕາມລະບຽບກົດໝາຍບັນຊີມີພຽງ 388 ຫົວໜ່ວຍ, ສ່ວນທີ່ເຫຼືອແມ່ນບໍ່ໄດ້ປະຕິບັດ (ສ່ວນໃຫຍ່ຈະເປັນທຸລະກິດແບບ 2 ຜົວເມຍ ຫຼື ແບບຄອບຄົວທີ່ຢູ່ຕາມເມືອງ ແລະ ບ້ານ). ບັນດາບໍລິສັດໃຫຍ່ ເວລາເຮົານັດໝາຍ ລົງໄປກວດກາໄລ່ລຽງພັນທະອາກອນ ບໍ່ໃຫ້ການຮ່ວມມື, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ສ່ວນຫຼາຍແມ່ນເປັນການລົງທຶນກ່ອນ ຂອງບໍລິສັດ ລັດຕິດໜີ້ບັນດາຫົວໜ່ວຍທຸລະກິດ ເວລາສຳເລັດໂຄງການແລ້ວເຮົາໄປໄລ່ລຽງ ພັນທະອາກອນ ບໍລິສັດກໍ່ຕິດໜີ້ລັດຄືນ ທີ່ເປັນລາຍຮັບທີ່ເກັບບໍ່ໄດ້  ກວມເປັນສ່ວນໃຫຍ່. ພ້ອມນັ້ນຫົວໜ່ວຍທຸລະກິດທີ່ເຂົ້າມາເຄື່ອນ ໄຫວຢູ່ແຂວງກໍ່ບໍ່ເສຍພັນທະອາກອນ ໂດຍອ້າງວ່າໄດ້ເສຍຢູ່ບໍລິສັດແມ່ ທີ່ຢູ່ຕ່າງແຂວງແລ້ວ.
ທ່ານ ສຳລີ ວົງພະຈັນ ໃຫ້ຮູ້ຕື່ມວ່າ:ສຳລັບວິທີການແກ້ໄຂເພື່ອເຮັດການ ຈັດເກັບລາຍຮັບງົບປະມານໃນໄລຍະ 3 ເດືອນທ້າຍປີນີ້ໃຫ້ໄດ້ຕາມແຜນ ອັນສຳຄັນແມ່ນຈະສຸມໃສ່ ສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ບັນດາຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການ ໃຫ້ປະກອບສ່ວນມອບພັນທະອາກອນ ເປັນຕົ້ນ: ນຳໃຊ້ໃບເກັບເງິນ ຂອງພາກລັດທີ່ອອກໃຫ້, ບໍ່ໃຫ້ຫລົບຫຼີກ,ຈິງໃຈແຈ້ງເສຍຕາມລະບຽບກົດໝາຍ ກຳນົດໄວ້ຢ່າງເປັນປົກກະຕິ, ລົງກວດກາຖານຂໍ້ມູນລາຍຮັບ ນຳບັນດາຫົວໜ່ວຍທຸລະກິດ ປະເພດຕ່າງໆ ທັງໃບເກັບເງິນ ແລະ ຮັບເງິນ ເພື່ອອັດຊ່ອງຫວ່າງການຮົ່ວໄຫຼ ຂອງງົບປະມານ. ສືບຕໍ່ທວງໜີ້ສິນນຳບັນດາຫົວໜ່ວຍທຸລະກິດ, ໂຄງການກໍ່ສ້າງ, ຕະຫຼອດຮອດບຸກຄົນ. ສືບຕໍ່ປະສານສົມທົບກັບກົມສ່ວຍສາອາກອນ ໃນການໄລ່ລຽງການມອບພັນທະ ຂອງບັນດາບໍລິສັດທີ່ມາເຄື່ອນໄຫວຢູ່ແຂວງຈຳປາສັກ ທີ່ຂຶ້ນທະບຽນຢູ່ກົມ ແລະ ຕ່າງແຂວງ ວ່າເຂົາເຈົ້າໄດ້ມອບພັນທະແທ້ບໍ່ຫຼືແນວໃດ ເພື່ອອັດຊ່ອງຫວ່າງ.

(ຂ່າວ-ພາບ:ຄຳຫຼ້າ ສຳນັກຂ່າວ ຈຳປາໃໝ່ ແຂວງຈຳປາສັກ)

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...