spot_img
Homeຂ່າວຕ່າງປະເທດແກັສແອມໂມເນຍຮົ່ວຢູ່ຈີນ ປະຊາຊົນຖືກບາດເຈັບ 20 ຄົນ!

ແກັສແອມໂມເນຍຮົ່ວຢູ່ຈີນ ປະຊາຊົນຖືກບາດເຈັບ 20 ຄົນ!

Published on

1442646420-ac 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 19 ກັນຍາ 2015,​ ​ເຈົ້າໜ້າ​ທ່ີ​ຈີນ ​ໃຫ້​ຮູ້​ວ່າ ​ເກີດ​ແກັສແອ​ມ​ໂມ​ເນຍ(Ammonia gas) ຮົ່ວ ຢູ່​ໂຮງງານ ​ຖ່ານ​ຫີນ​ ແຫ່ງ​ໜຶ່ງ ທາງ​ພາກ​ກາງ ຂອງ ​ຈີນ ​ເຮັ​ດ​ໃຫ້​ມີ​ ຜູ້​ບາດ​ເຈັບ 20 ຄົນ . ​ໃນ​ນັ້ນ ບາດ​ເຈັບ​ໜັກ 5 ຄົນ. ​ເຈົ້າ​ໜ້າ​ທ່ີ ​ກ່ຽວຂ້ອງຈີນ ກ່າວ​ວ່າ ແກັສ ​ແອ​ມ​ໂມ​ເນຍ​ ໃນ​ໂຮງງານ ​ດັ່ງກ່າວ ​​ເກີດ ​ຮົ່ວ​ໄຫລ ​ອອກຈາກ ທໍ່ ​ເປັນ​ເວລາ 15 ນາທີ ​ເຮັດ​ໃຫ້​ ປະຊາຊົນຈີນ ທ່ີ​ອາ​ໄສ​ ຢູ່​ໃກ້​​ເຂດ ດັ່ງກ່າວ ​ໄດ້​ຮັບ​ຜົນ​ກະທົບ​. ປັດຈຸບັນ​ນີ້, ​ເຈົ້າໜ້າ​ທ່ີ ກ່ຽວຂ້ອງ​ຈີນ ສາມາດ​ ຄວບ​ຄຸມ​ ການ​ຮ່ົວ​ໄຫລ ​ຂອງ​ແກັສ ດັ່ງ​ກ່າວ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...