Homeຂ່າວຕ່າງປະເທດຫວຽດນາມຮຽກຮ້ອງໄທສືບສວນ ກໍລະນີຊາວປະມົງຖືກໂຈມຕີເສຍຊີວິດ ຈາກເຮືອຕຳຫລວດໄທ!

ຫວຽດນາມຮຽກຮ້ອງໄທສືບສວນ ກໍລະນີຊາວປະມົງຖືກໂຈມຕີເສຍຊີວິດ ຈາກເຮືອຕຳຫລວດໄທ!

Published on

558000010950301

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ກັນຍາຜ່ານມານີ້ວ່າ ມີຊາວປະມົງຫວຽດນາມເສຍຊີວິດ 1 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ ຈາກການຖືກເຮືອ Thai Police 528 ຂອງຕຳຫລວດໄທໂຈມຕີ ເນື່ອງຈາກເຮືອປະມົງຂອງຫວຽດນາມ ໄດ້ເຂົ້າໄປຫາປາຢ່າງຜິດກົດໝາຍໃນເຂດນ່ານນ້ຳຂອງໄທ ຊຶ່ງໂຄສົກກະຊວງການຕ່າງປະເທດຫວຽດນາມໄດ້ອອກມາລະບຸວ່າ ຫວຽດນາມຂໍປະນາມການກະທຳທີ່ໄຮ້ມະນຸດສະທຳດັ່ງກ່າວ ໂດຍການໃຊ້ກຳລັງ ຫລື ການຄຸກຄາມຕໍ່ກັບຊາວປະມົງຫວຽດນາມ ພ້ອມທັງໄດ້ລະບຸອີກວ່າ ລັດຖະບານຫວຽດນາມໄດ້ຮ້ອງຂໍໃຫ້ທາງການໄທ ເຂົ້າສືບສວນເຫດການທີ່ເກີດຂຶ້ນ ແລ້ວລົງໂທດຜູ້ທີ່ກ່ຽວຂ້ອງ ແລະ ຊົດເຊີຍຄວາມເສຍຫາຍໃຫ້ແກ່ຊາວປະມົງ.

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...