spot_img
Home​ຂ່າວທ່ອງທ່ຽວສປປ ລາວ ຄາດວ່າຈະມີລາຍຮັບຈາກການທ່ອງທ່ຽວ ເພີ່ມຂຶ້ນໃນປີນີ້

ສປປ ລາວ ຄາດວ່າຈະມີລາຍຮັບຈາກການທ່ອງທ່ຽວ ເພີ່ມຂຶ້ນໃນປີນີ້

Published on

211

ຂປລ.ໃນປີ 2015 ນີ້ ສປປ ລາວ ຄາດວ່າຈະມີລາຍຮັບຈາກການທ່ອງທ່ຽວ ເພີ່ມຂຶ້ນ ຈາກຈຳ ນວນ 406.184.338 ໂດລາ ສະຫະລັດ ໃນປີ 2011 ມາເປັນ 672.192.000 ໂດລາ ສະຫະລັດ ໃນປີ 2015, ເນື່ອງຈາກ ຈຳນວນນັກທ່ອງທ່ຽວ ຕ່າງປະເທດ ທີ່ເຂົ້າມາທ່ຽວລາວ ຈະເພີ່ມຂຶ້ນ 4% ຈາກຈຳນວນ 2.700.000 ກວ່າຄົນ ໃນປີ 2011 ມາເປັນ 4.300.000 ກວ່າຄົນໃນປີ 2015.

ອີງ​ຕາມ​ ການ​ລາຍ​ງານ​ ຂອງ​ພາກສ່ວນ ທີ່​ກ່ຽວຂ້ອງ ​ໄດ້ໃຫ້ຮູ້ວ່າ: ໜຶ່ງໃນຫລາຍໆ ປັດ​ໄຈ ທີ່ເຮັດວຽກງານການທ່ອງທ່ຽວລາວ ມີການ ຂະຫຍາຍຕົວ ຂຶ້ນນັ້ນ ຍ້ອນວ່າ ການທ່ອງທ່ຽວ ໄດ້ຮັບການ ປັບປຸງ, ພັດທະນາ ຢ່າງຕໍ່ເນື່ອງ ຫລັງຈາກທີ່ ມີການປັບປຸງ ການຈັດຕັ້ງ ເຮັດໃຫ້ ການເຄື່ອນໄຫວ ວຽກງານ ມີຄວາມ ສະດວກ ຄ່ອງຕົວ ເປັນລະບົບ ແລະ ມີກຳລັງແຮງຂຶ້ນ ອັນພົ້ນເດັ່ນແມ່ນ ສປປ ລາວ ໄດ້ຮັບການ ເລືອກໃຫ້ເປັນປະເທດ ທີ່ໜ້າທ່ອງທ່ຽວ ທີ່ສຸດ ໃນໂລກ ປີ 2013 ແລະ ເມືອງຫລວງພະບາງ ກໍໄດ້ຮັບລາງວັນ ເປັນເມືອງທ່ອງທ່ຽວ ທີ່ດີເດັ່ນ ຂອງໂລກອີກ ໃນປີ 2015. ນອກຈາກນີ້ ການຄຸ້ມຄອງ ການທ່ອງທ່ຽວ ກໍໄດ້ເຂົ້າສູ່ ລະບຽບກົດໝາຍ ຫລາຍຂຶ້ນ, ໂດຍສະເພາະແມ່ນ ການແກ້ໄຂ ປະກົດການ ຫຍໍ້ທໍ້ ທາງສັງຄົມ ຈາກການບໍລິການ ທ່ອງທ່ຽວ ກໍຄື ການພັດທະນາ ການທ່ອງທ່ຽວ ແບບອະນຸລັກ, ປະຊາຊົນ ມີສ່ວນຮ່ວມ ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍ ຢ່າງກວ້າງຂວາງ, ການພັດທະນາ ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍ ຄວາມສະດວກ ດ້ານການທ່ອງທ່ຽວ ໄດ້ຮັບການ ເອົາໃຈໃສ່ ຊຸກຍູ້ປັບປຸງ ໃຫ້ໄດ້ມາດຕະຖານ ດີຂຶ້ນ ເຊັ່ນດຽວກັນ ພາກສ່ວນທຸລະກິດ ກໍໄດ້ ເພີ່ມການລົງທຶນ ໃສ່ສິ່ງອຳນວຍ ຄວາມສະດວກ ເພື່ອຮອງຮັບນັກທ່ອງທ່ຽວ ທັງພາຍໃນ – ຕ່າງປະເທດ ເປັນຕົ້ນ ສະຖານທີ່ພັກ, ຮ້ານອາຫານ, ການບໍລິການ ຂົນສົ່ງ, ການຜະລິດ ເຄື່ອງຫັດຖະກຳ, ຮ້ານຂາຍເຄື່ອງ ຫັດຖະກຳ, ທຸລະກິດ ການບໍລິການ ນຳທ່ຽວ ແລະ ອື່ນໆ.

ປັດຈຸບັນ ບໍລິສັດທ່ອງທ່ຽວ ມີຈຳນວນ 340 ກວ່າບໍລິສັດ, ໂຮງແຮມ, ເຮືອນພັກ ແລະ ລີສອດ ມີຈຳນວນ 2.400 ກວ່າແຫ່ງ ປະກອບມີ 44.600 ກວ່າ ຫ້ອງນອນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...