spot_img
Homeຂ່າວຕ່າງປະເທດເກີດເຫດອາຄານເກົ່າຖະຫລົ່ມຢູ່ຮ່າໂນ້ຍ ມີຜູ້ເສຍຊີວິດ 1 ຄົນ ບາດເຈັບອີກຫລາຍລາຍ!

ເກີດເຫດອາຄານເກົ່າຖະຫລົ່ມຢູ່ຮ່າໂນ້ຍ ມີຜູ້ເສຍຊີວິດ 1 ຄົນ ບາດເຈັບອີກຫລາຍລາຍ!

Published on

VIETNAM-ACCIDENT-HOUSE

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ກັນຍາຜ່ານມານີ້ວ່າ ເກີດເຫດອາຄານເກົ່າ 2 ຊັ້ນ ຖະຫລົ່ມຢູ່ນະຄອນຫລວງຮ່າໂນ້ຍ ຊຶ່ງມີປະຊາຊົນເກືອບ 20 ຄົນ ອາໄສຢູ່ພາຍໃນອາຄານເກົ່າດັ່ງກ່າວ ໂດຍເຈົ້າໜ້າທີ່ສາມາດຊ່ວຍເຫລືອຜູ້ປະສົບເຫດໄດ້ 15 ຄົນ ໃນນັ້ນມີ 5 ຄົນໄດ້ຮັບບາດເຈັບສາຫັດ ໂດຍມີຜູ້ເສຍຊີວິດ 1 ຄົນ ແລະ ຍັງມີຜູ້ຕິດຢູ່ພາຍໃນອາຄານອີກ 2 ຄົນ.

ທັງນີ້ ອາຄານດັ່ງກ່າວ ແມ່ນມີສະພາບຊຸດໂຊມ ແລະ ເກົ່າແກ່ ຊຶ່ງກຳລັງຢູ່ໃນໄລຍະປັບປຸງ ໂດຍເຈົ້າໜ້າທີ່ກ່ຽວຂ້ອງ ຈະທຳການສືບສວນຊອກຫາສາເຫດຂອງອຸບັດເຫດອາຄານຖະຫລົ່ມດັ່ງກ່າວນີ້.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...