spot_img
Home​ຂ່າວທ່ອງທ່ຽວລາວຕັ້ງເປົ້າປີ 2020 ຈະດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 6 ລ້ານຄົນຕໍ່ປີ!

ລາວຕັ້ງເປົ້າປີ 2020 ຈະດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ 6 ລ້ານຄົນຕໍ່ປີ!

Published on

dsc_0141
(ພາບປະກອບ)

ຂປລ. ສປປ ລາວ ຄາດວ່າຮອດປີ 2020 ຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວຢູ່ລາວ ຫລາຍກວ່າ 6 ລ້ານຄົນຕໍ່ປີ, ສ້າງລາຍຮັບຈາກການທ່ອງທ່ຽວໃຫ້ໄດ້ 953 ລ້ານໂດລາສະ ຫະລັດຕໍ່ປີ ໄປຄຽງຄູ່ກັບ ການ ສ້າງແຜນພັດທະນາແຫລ່ງທ່ອງທ່ຽວໃຫ້ໄດ້ 25 ແຫ່ງ, ສຳຫລວດ – ຈັດສັນແຫລ່ງທ່ອງທ່ຽວໃຫ້ໄດ້ 40 ແຫ່ງ, ປັບປຸງພັດທະນາແຫລ່ງທ່ອງທ່ຽວທີ່ມີຈຸດເດັ່ນ ໃຫ້ຜົນຕອບແທນທາງດ້ານເສດຖະກິດໄດ້ໄວ, ມີຄຸນນະພາບໃຫ້ໄດ້ 10 ແຫ່ງ, ພ້ອມສູ້ຊົນການເຊື່ອມໂຍງ “ເວບໄຊ” ທ່ອງທ່ຽວລາວ ເຂົ້າກັບເວບໄຊ ASEAN, GMS, PATA ແລະ ຂະຫຍາຍຜູ້ຕາງໜ້າຕົວແທນການທ່ອງທ່ຽວລາວ ຢູ່ປະເທດທີ່ເປັນຕະຫລາດຕົ້ນຕໍ ຂອງການທ່ອງທ່ຽວໃຫ້ໄດ້ 5 ແຫ່ງ ກໍຄືສູ້ຊົນຈັດງານປີທ່ອງທ່ຽວລາວ ຄັ້ງທີ 3 ໃນປີ 2018.

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປີດເຜີຍເມື່ອບໍ່ດົນນີ້ວ່າ: ເພື່ອຈະບັນລຸ ຕາມເປົ້າໝາຍທີ່ກ່າວ​ໄວ້ນັ້ນ ຕ້ອງໄດ້ສືບຕໍ່ພັດທະນາການທ່ອງທ່ຽວລາວ ໃຫ້ມີຄວາມຍືນຍົງຕາມທິດສົ່ງເສີມການທ່ອງ ທ່ຽວທຳ ມະ ຊາດ, ວັດທະນະທຳ ແລະ ປະຫວັດສາດ ເຮັດໃຫ້ປະເທດເຮົາກາຍເປັນຈຸດ   ໝາຍປາຍທາງການທ່ອງທ່ຽວ ຂອງນັກທ່ອງທ່ຽວຈາກທົ່ວໂລກ, ເປັນພື້ນຖານໃນການເຊື່ອມຕົວເຂົ້າກັບ ການທ່ອງທ່ຽວໃນ ລະດັບພາກ ພື້ນ-ສາກົນ, ພັດ ທະນາ ແລະ ສົ່ງເສີມການທ່ອງທ່ຽວ ໃຫ້ກາຍເປັນອຸດສາ ຫະກຳ ແລະ ເປັນຂະແໜງເສດຖະກິດນຳໜ້າ ເພື່ອຊ່ວຍເຮັດໃຫ້ປະຊາຊົນມີວຽກເຮັດງານທຳ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ຕາມນະໂຍບາຍຂອງລັດຖະບານ ປະ ກອບສ່ວນຊຸກຍູ້ເຮັດໃຫ້ລາຍໄດ້ແຫ່ງຊາດເພີ່ມຂຶ້ນໃນລະດັບທີ່ແນ່ນອນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...