spot_img
Homeຂ່າວການພັດທະນາເສັ້ນທາງດົງໂດກເປ່ເພໜັກໜ່ວງ ປະຊາຊົນ ແລະ ຜູ້ສັນຈອນເດືອດຮ້ອນ ວອນແກ້ໄຂໂດຍໄວ!

ເສັ້ນທາງດົງໂດກເປ່ເພໜັກໜ່ວງ ປະຊາຊົນ ແລະ ຜູ້ສັນຈອນເດືອດຮ້ອນ ວອນແກ້ໄຂໂດຍໄວ!

Published on

way

ປັດຈຸບັນ, ສະພາບການສັນຈອນໃນເສັ້ນທາງແຕ່ສີ່ແຍກໄຟແດງ 450 ປີ ຫາສີ່ແຍກໄຟແດງໜ້າມະຫາວິທະຍາໄລແຫ່ງຊາດ(ດົງໂດກ) ແລະ ຕໍ່ໄປຈອດຮອດສາມແຍກໜອງບຶກນັບວ່າມີຄວາມຫຍຸ້ງຍາກຫລາຍ, ຍ້ອນເສັ້ນທາງດັ່ງກ່າວຊຸດໂຊມເປ່ເພໜັກໜ່ວງ, ມີຫລາຍຍ່ານເປັນຂຸມເລິກເມື່ອມີຝົນຕົກກໍເປັນບວກເປີະເປື້ອນ, ເວລາມີແດດອອກກໍເປັນຂີ້ຝຸ່ນປິວໄຫງ່ໄປເປັນບໍລິເວນກວ້າງ, ອັນໄດ້ສ້າງຄວາມລໍາບາກໃຫ້ແກ່ການດໍາລົງຊີວິດຂອງຜູ້ອາໄສຢູ່ໃກ້ຄຽງ ແລະ ຜູ້ສັນຈອນໄປມານໍາດ້ວຍ, ດັ່ງປະຊາຊົນທ່ານໜຶ່ງທີ່ອາໃສຢູ່ເຂດເສັ້ນທາງດັ່ງກ່າວໃຫ້ສໍາພາດວ່າ: ຕົນເອງ ແລະ ຫລາຍຄອບຄົວປະຊາຊົນທີ່ອາໃສຢູ່ເຂດດັ່ງກ່າວ ແມ່ນມີຄວາມເດືອດຮ້ອນ ແລະ ໄດ້ຮັບຜົນກະທົບທາງດ້ານມົນລະພິດທີ່ບໍ່ດີຕໍ່ສຸຂະພາບ ຈາກສະພາບຂີ້ຕົມຂີ້ຝຸ່ນປິວໄຫງ່, ມີຫລາຍຄອບຄົວຈົນໄດ້ອັດປະຕູເຮືອນໄວ້ຕະຫລອດມື້, ເຮືອນບາງຫລັງຂາຍເຄື່ອງກໍມີແຕ່ຂີ້ຝຸ່ນຈັບເຕັມໄປໝົດ ແລະ ບາງຮ້ານຂາຍອາຫານການກິນກໍເກືອບວ່າບໍ່ມີຜູ້ມາກິນມາຊື້ຍ້ອນມີສະພາບເປີະເປື້ອນຕະຫລອດວັນ.

ປັດຈຸບັນປະຊາຊົນທີ່ອາໃສຢູ່ໃກ້ຄຽງ ລວມທັງຜູ້ສັນຈອນຜ່ານໄປມາ ຕ້ອງການໃຫ້ພາກສ່ວນກ່ຽວຂ້ອງເຂົ້າມາສ້ອມແປງເສັ້ນທາງດັ່ງກ່າວໃຫ້ມີມາດຕະຖານ ແລະ ສະດວກດີຂຶ້ນໂດຍໄວ, ເນື່ອງຈາກວ່າເສັ້ນທາງດັ່ງກ່າວມີຄວາມສໍາຄັນຫລາຍຕໍ່ການສັນຈອນຂອງພາຫະນະເຂົ້າ-ອອກລະຫວ່າງຊານເມືອງ ແລະ ຕົວເມືອງ, ທັງເປັນເສັ້ນທາງເຊື່ອມຕໍ່ການລໍາລຽງຂົນສົ່ງສີນຄ້າລະຫວ່າງພາກໃຕ້ຫາພາກເໜືອ ແລະ ອີກບໍ່ດົນນີ້ ປະເທດເຮົາກໍຈະມີຫລາຍກິດຈະກໍາ ເພື່ອສະຫລອງວັນສໍາຄັນຊອງຊາດເຊັ່ນ: ສະຫລອງັນສະຖາປະນາສາທາລະນະລັປະຊາທິປະໄຕປະຊາຊົນລາວ ຄົບຮອບ 40 ປີ, ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະ ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນໃນປີ 2016 ນີ້, ສະນັ້ນ ຫວັງວ່າຫລາຍເສັ້ນທາງໃນຕົວເມືອງຄົງຈະໄດ້ຮັບການບູລະນະກໍ່ສ້າງສ້ອມ ແປງ ແລະ ຍົກລະດັບໃຫ້ມີມາດຕະຖານດີຂຶ້ນ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...