
      ນອກຈາກການແຕ່ງຕົວທີ່ຈະເຮັດໃຫ້ສາວໆ ປ່ຽນລຸກໃຫ້ເບິ່ງເຊັກຊີ່ຂຶ້ນໄດ້ແລ້ວ ການແຕ່ງໜ້າ ກໍເປັນຕົວຊ່ວຍໃຫ້ສາວໆ ເບິ່ງເຊັກຊີ່ຂຶ້ນໄດ້ຍິ່ງຖ້າແຕ່ງຕົວເຊັກຊີ່ຍິ່ງຕ້ອງແຕ່ງໜ້າແນວນີ້
      – ປ່ຽນຈາກລິບສະຕິກສີໂນ໊ດ ຫລືບົວອອ່ນ ມາເປັນສີແດງ,ສີສົ້ມເຮັດໃຫ້ປາກຂອງເຈົ້າເບິ່ງໂດດເດັ່ນຫລາຍຂຶ້ນ ແຕ່ສ່ວນອື່ນກໍຄວນຈະເບົາລົງນຳ
      – ແຕ່ງແຕ້ມດວງຕາດ້ວຍສະໂມກກີ້ອາຍ ຫລືຈະລອງໃຊ້ອາຍແຊໂດສີເມທັນລິກເບິ່ງ
      – ເລືອກຮອງພື້ນຫລືບອນເຊີທີ່ຈະເຮັດໃຫ້ຜິວຂອງເຈົ້າເບິ່ງເຂັ້ມຂຶ້ນອອກໂທນໜ້າເງົາເບິ່ງເຊັກຊີ່
      – ແຕ້ມອາຍໄລເນີໃຫ້ເບິ່ງແຫລ່ມຂຶ້ນ,ໜາຂຶ້ນຈະຈັດເຕັມດ້ວຍອິນເນີລກ້ອງດວງຕາ
      – ຕິດຂົນຕາປອມໃຫ້ເພີ່ມຄວາມມີສະເໜ່ຫລາຍຍິ່ງຂຶ້ນດວງຕາເບິ່ງຄົມເຂັ້ມ
                                    
