spot_img
Homeຂ່າວການພັດທະນາສູນເສດຖະກິດຄົບວົງຈອນ “ວຽງຈັນສະກາຍຊີຕີ” ຈະສຳເລັດພາຍໃນ 3 ປີຂ້າງໜ້ານີ້!

ສູນເສດຖະກິດຄົບວົງຈອນ “ວຽງຈັນສະກາຍຊີຕີ” ຈະສຳເລັດພາຍໃນ 3 ປີຂ້າງໜ້ານີ້!

Published on

longfu

ການກໍ່ສ້າງໂຄງການວຽງຈັນສະກາຍຊີຕີ, ຕັ້ງຢູ່ໃກ້ຖະໜົນໄກສອນພົມວິຫານເມືອງຈັນທະບູລີ ນະຄອນຫລວງວຽງຈັນ ເຊິ່ງຈະເປັນສູນເສດຖະກິດການຄ້າ ແລະ ລົງທຶນ ຄົບວົງຈອນອີກແຫ່ງໜຶ່ງທີ່ມີຄວາມໂດດເດັ່ນໃນນະຄອນຫລວງວຽງຈັນ. ຜູ້ພັດທະນາໂຄງການດັ່ງກ່າວໄດ້ໃຫ້ສໍາພາດຕໍ່ນັກຂ່າວເມື່ອທ້າຍອາທິດຜ່ານມາວ່າ: ວຽງຈັນສະກາຍຊີຕີມີເນື້ອທີ່ຫລາຍກວ່າ 40 ພັນຕາແມັດ, ເພື່ອກໍ່ສ້າງໃຫ້ເປັນເຂດເສດຖະກິດຄົບວົງຈອນໃນໃຈກາງນະຄອນຫລວງວຽງຈັນ, ມີມູນຄ່າລົງທຶນປະມານ 400 ລ້ານໂດລາສະຫະລັດ, ໂດຍໄດ້ຮັບການສະໜັບສະໜູນຈາກທະນາຄານແຫ່ງ ສປປ ລາວ, ທະນາຄານອຸດສະຫະກໍາ ແລະ ການຄ້າຈີນ, ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານລາວ-ຈີນ ແລະ ພາກສ່ວນກ່ຽວຂ້ອງອື່ນໆອີກຈໍານວນໜຶ່ງ, ການດໍາເນີນກິດຈະການທຸກຂັ້ນຕອນຂອງໂຄງການແມ່ນຖືກຕ້ອງຕາມຫລັກການ ແລະ ສອດຄ່ອງກັບລະບຽບກົດໝາຍຂອງ ສປປ ລາວ, ນອກຈາກນີ້ຍັງໄດ້ຖືສໍາຄັນການປົກປັກຮັກສາສະພາບແວດລ້ອມ ແລະ ຫລຸດຜ່ອນຜົນກະທົບຕ່າງໆໃກ້ກັບໂຄງການ ແລະ ມາຮອດປັດຈຸບັນການກໍ່ສ້າງແມ່ນມີຄວາມຄືບໜ້າຕາມແຜນການວາງໄວ້ເປັນຢ່າງດີ ແລະ ຕຶກອາຄານຈໍານວນໜຶ່ງແມ່ນຈະໃຫ້ສໍາເລັດ ແລະ ນໍາໃຊ້ໄດ້ໃນຕົ້ນປີ 2016 ແລະ ຄາດວ່າໂຄງການຈະໃຫ້ສໍາເລັດທັງໝົດໃນອີກ 2-3 ປີຂ້າງໜ້າ.

ຜູ້ຮັບຜິດຊອບໂຄງການໃຫ້ຮູ້ວ່າ: ປັດຈຸບັນຕຶກອາຄານສໍານັກງານທະນາຄານອຸດສະຫະກໍາ ແລະ ການຄ້າຈີນປະຈໍາລາວແມ່ນສໍາເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການແລ້ວ ແລະ ນັບແຕ່ຕົ້ນເດືອນກັນຍາ 2015 ເປັນຕົ້ນມາໄດ້ເປີດໃຫ້ແຂກ, ນັກລົງທຶນແລະ ລູກຄ້າເຂົ້າຈອງຫ້ອງພັກໃນອາພາດເມັນລະດັບສາກົນ ແລະ ເຫັນວ່າຫ້ອງພັກວີໄອພີແມ່ນຖືກຈອງຂາຍໝົດແລ້ວ ແລະ ໃນຕົ້ນເດືອນຕຸລາ 2015 ກໍຈະມີການສະເໜີຂາຍຫ້ອງໃໝ່ຕື່ມອີກເພື່ອໃຫ້ລູກຄ້າໄດ້ເຂົ້າເບິ່ງໂຄງການພາກສະໜາມຕົວຈິງ. ໂຄງການວຽງຈັນສະກາຍຊີຕີຈະປະກອບມີສູນການຄ້າ, ຫ້ອງການ, ໂຮງແຮມ, ທີ່ພັກອາໄສລະດັບສູງ, ສູນສຸຂະພາບ ແລະ ການບັນເທິງທີ່ທັນສະໄໝ, ສາມາດຕອບສະໜອງຄວາມຕ້ອງການຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດໄດ້ຢ່າງສົມບູນແບບ ແລະ ເປັນເຂດພັດທະ ນາທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນາທໍາທີ່ມີຄວາມສວຍງາມ ແລະ ໂດດເດັ່ນຢູ່ລາວອີກແຫ່ງໜຶ່ງ, ເປັນສະຖານທີ່ດຶງດູດການລົງທຶນຈາກຕ່າງປະເທດ, ຊຸກຍູ້ລະບົບເສດຖະກິດໃຫ້ຂະຫຍາຍຕົວ ແລະ ປ່ຽນແປງໂສມໜ້າການພັດທະນາໃໝ່ຢູ່ໃນະຄອຫລວງວຽງຈັນສວຍງາມເທື່ອລະກ້າວ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...